ທ່ານສີຈິ້ນຜິງ ໃນສາຍຕາຂອງ ທ່ານ ທອງລຸນ ສີສຸລິດ
ລະຫວ່າງວັນທີ 29 ພະຈິກ ຫາວັນທີ 1 ທັນວາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນທາງລັດຖະກິດຕາມຄຳເຊື້ອເຊີນ.
ໃນເວລາໃຫ້ສຳພາດຕໍ່ນັກຂາວວິທະຍຸໂທລະພາບສູນກາງຈີນຫຼື CMG ໃນກ່ອນໜ້ານີ້ບໍ່ດົນ, ທ່ານ ທອງລຸນ ສີສຸລິດໄດ້ເລົ່າຄືນເລື່ອງໜຶ່ງທີ່ໜ້າປະທັບໃຈໃນໂອກາດສົນທະນາກັບທ່ານ ສີຈິ້ນຜິງ ໃນໄລຍະ ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດເມື່ອປີ 2018.
ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດໄດ້ເດີນທາງໄປເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຢູ່ນະຄອນຊຽງໄຮ. ຕອນນັ້ນ, ທ່ານ ທອງລຸນ ສີສຸລິດ ກັບທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳຫຼາຍທ່ານ ໄດ້ຍ່າງຊົມຫໍວາງສະແດງຕ່າງໆ.
ທ່ານ ທອງລຸນ ສີສຸລິດ ກ່າວວ່າ: “ທຸກຄັ້ງທີ່ຂ້າພະເຈົ້າມີໂອກາດພົບປະກັບທ່ານ ສີຈິ້ນຜິງຢ່າງໃກ້ຊິດ, ກໍມີຄວາມປະທັບໃຈອັນເລິກເຊິ່ງຕໍ່ຄວາມເປັນມິດໄມຕີຂອງທ່ານ ສີຈິ້ນຜິງ. ຄວາມເປັນມິດໄມຕີຂອງເພິ່ນບໍ່ສະເພາະແຕ່ໃນເວລາແລກປ່ຽນຄວາມຄິດຄວາມເຫັນ ແລະເວລາທີ່ສົນທະນາກັນເທົ່ານັ້ນ, ແຕ່ວ່າເປັນມິດໄມຕີທີ່ອອກຈາກຈິດໃຈຂອງເພິ່ນຢ່າງແທ້ຈິງ. ເພິ່ນໃຫ້ກຽດ, ໃຫ້ຄວາມອົບອຸ່ນແກ່ຄູ່ສົນທະນາ, ໂດຍສະເພາະຄູ່ສົນທະນາທີ່ມີອຸດົມການດຽວກັນ, ເພິ່ນຕັ້ງໃຫ້ບົດຮຽນແລະປະສົມການຢ່າງຈິງໃຈອີກດ້ວຍ.”
ທ່ານ ທອງລຸນ ສີສຸລິດ ກ່າວວ່າ, ເພິ່ນຕິດຕາມການເຄື່ອນໄຫວຢູ່ພາຍໃນແລະຕ່າງປະເທດຂອງທ່ານ ສີຈິ້ນຜິງ ເລື້ອຍໆ ແລະເຫັນວ່າ: ທ່ານ ສີຈິ້ນຜິງ ເປັນຄົນທີ່ມີຫຼັກການ, ມີຫຼັກໝັ້ນ, ມີຄວາມເດັດຂາດເດັດດ່ຽວທາງດ້ານທັດສະນະ, ທັງເປັນຜູ້ນຳທີ່ມີຄວາມເຂັ້ມແຂງໜັກແໜ້ນ, ເປັນຜູ້ນຳທີ່ເຕັມໄປດ້ວຍຄວາມຮູ້, ມີວິໄສທັດກວ້າງໄກ ແລະມີຄວາມສາມາດທີ່ໂດດເດັ່ນ.
ທີ່ມາ: CRI