ເຈົ້າໜ້າທີາລາວຈັບຕົວ ຜູ້ຮ້າຍຂ້າມແດນ ສົ່ງໄທ
ໃນວັນ 30 ພະຈິກ 2022 ກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ໄດ້ສົ່ງຕົວຜູ້ຖືກຫາ ໃຫ້ກອງບັນຊາການຕຳຫຼວດແຫ່ງຊາດ
ລາຊະອານາຈັກໄທ, ຈຳນວນ 2 ຄົນ ເຊິ່ງຜູ້ຖືກຫາໄດ້ກໍ່ເຫດແລ້ວເອົາຕົວລີ້ຊ້ອນຢູ່ ສປປ ລາວ. ເຈົ້າໜ້າທີ່ກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ:

ໃນວັນທີ 3 ພະຈິກ 2022 ກົມໃຫຍ່ຕຳຫຼວດ ໄດ້ຮັບເອກະສານຂໍຄວາມຮ່ວມມື ຂອງ ຕໍາຫຼວດພຸທອນ ພາກ 4 ປະເທດໄທກ່ຽວກັບ ການຂໍຄວາມຮ່ວມມືກວດສອບ, ຕິດຕາມ, ຈັບຕົວຜູ້ຖືກຫາຊື່ທ້າວ ພັນທະຣັດ ຫານສຸຣີ ຫຼື ໂກ້, ເຊື້ອຊາດ-ສັນຊາດ ໄທ ຕຳບົນບ້ານເປັດ,

ອຳເພີເມືອງ ຂອນແກ່ນ ແລະ ທ້າວ ຈີຣາວຸດ ທອງສືບສາຍ
ເຊື້ອຊາດ-ສັນຊາດ ໄທຕຳບົນທ່ານະ ອຳເພີເມືອງ ຂອນແກ່ນ ຈັງຫວັດຂອນແກ່ນ ທີ່ຮ່ວມກັນປຸ້ນຊັບໂດຍ

ຄົນໃດຄົນໜຶ່ງມີອາວຸດ ໃຊ້ຢືນຢົງເປັນເຫດໃຫ້ຜູ້ອື່ນ
ເສຍຊີວິດ ທີ່ໄດ້ເອົາຕົວມາລີ້ຊ້ອນຢູ່ ສປປ ລາວ. ຜ່ານການສືບສວນ-ສອບສວນ ຂອງເຈົາຫນ້າທີ່ ສປປ ລາວ ສືບໄດ້ວ່າ: ຜູ້ກ່ຽວທັງສອງໄດ້ເອົາຕົວ
ມາລີ້ຊ້ອນຢູ່ເມືອງໄຊເສດຖາ ແລະ ໃນເວລາ 11:00 ໂມງ ຂອງວັນທີ 3 ພະຈິກ 2022 ຈຶ່ງຈັບຕົວທ້າວ ພັນທະຣັດ ແລະ ທ້າວ ຈິຣະວຸດ ຢູ່ຈອມມະນີ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສຳເລັດ.