ເຂົ້າຈີ່ຝຣັ່ງຖືກຮອງຮັບເປັນມໍລະດົກໂລກ

ເຂົ້າຈີ່ຝຣັ່ງຖືກຮອງຮັບເປັນມໍລະດົກໂລກ

ເຂົ້າຈີ່ຝຣັ່ງ ຫຼື baguettes ທີ່ມີການຜະລິດຂຶ້ນ ຫຼາຍກ່ວາ 6 ຕື້ກ້ອນ ໃນແຕ່ລະປີ ຢູ່ປະເທດຝຣັ່ງ ແລະ ໄດ້ຮັບ
ຄວາມນິຍົມ ໄປໃນທົ່ວໂລກ ໄດ້ຮັບການຂຶ້ນທະບຽນ ເປັນມໍລະດົກໂລກ

ທາງດ້ານວັດທະນາທໍາ ທີ່ຈັບຕ້ອງບໍ່ໄດ້ ຂອງອົງການ ອຸຍເນສໂກ້ (UNESCO) ຫຼື “intangible cultural heritage” ໃນວັນທີ 30 ພະຈິກ 2022 ຢູ່ ນະຄອນຫຼວງ Paris ປະເທດຝຣັ່ງ !!!

ການຂຶ້ນທະບຽນໃນເທື່ອນີ້ ແມ່ນເພື່ອວິທີການ ທີ່ເປັນ ເອກະລັກ ແລະ ມາດຕະຖານ ພື້ນເມືອງ ຂອງການເຮັດ ເຂົ້າຈີ່ນີ້ ເອົາໄວ້ ໂດຍສ່ວນປະກອບຫຼັກຂອງການເຮັດ ເຂົ້າຈີ່ ປະກອບມີ ແປງ ຢີສ ເກືອ ແລະ ນໍ້າ. ພາຍຫຼັງປະສົມກັນເປັນກ້ອນແປງ (dough) ຕ້ອງພັກໄວ້ 15-20 ຊົ່ວໂມງ ທີ່ອຸນຫະພູມ 4-6 ອົງສາ.

ທີ່ມາ: India Today

Leave a Reply

Your email address will not be published. Required fields are marked *

You cannot copy content of this page