ບຸກຍຶດເຄື່ອງໃນ-ຊີ້ນສັດ ແຊ່ສານຟໍມາລິນ ເພື່ອສົ່ງຂາຍໃຫ້ຮ້ານຊີ້ນດາດ ແລະ ຮ້ານອາຫານ

ໄທບຸກຍຶດເຄື່ອງໃນ-ຊີ້ນສັດ ແຊ່ສານຟໍມາລິນ ເພື່ອສົ່ງຂາຍໃຫ້ຮ້ານຊີ້ນດາດ ແລະ ຮ້ານອາຫານອີສານ

ສຳນັກຂ່າວຊ່ອງ 3 ໄທ ລາຍງານໃຫ້ຮູ້ວ່າ:ໃນວັນທີ 3 ທັນວາ 2022 ນີ້ ກົມລ້ຽງສັດ ສົ່ງເຈົ້າໜ້າທີ່ດ່ານກັກກັນສັດຊົນບູລີ ບຸກກວດສອບແຫລ່ງລັກລອບຜະລິດວັດຖຸດິບ ຊີ້ນສັດ ແຊ່ໃນຖັງນ້ຳປະສົມສານຟໍມາລິນ ລາຍໃຫຍ່ ເພື່ອສົ່ງຂາຍໃຫ້ຮ້ານຊີ້ນດາດ ແລະ ຮ້ານອາຫານອີສານ ຫລາຍກວ່າ 66 ແຫ່ງໃນພື້ນທີ່ໃກ້ຄຽງ ມີປະລິມານນ້ຳໜັກລວມ

25,000 ກິໂລກຣາມ ເຊິ່ງເຈົ້າຂອງບໍ່ສາມາດເປີດເຜີຍແຫລ່ງທີ່ມາຂອງຊີ້ນ ແລະ ເຄື່ອງໃນສັດໄດ້ ຈຶ່ງບໍ່ປອດໄພຕໍ່ຜູ້ບໍລິໂພກ ແລະ ມີຄວາມສ່ຽງໃນການເປັນພະຍາດອະຫິວາ,ປາກ-ຕີນເປື່ອຍ ເປັນຕົ້ນ.

ຈາກການເຂົ້າກວດສອບຂອງເຈົ້າໜ້າທີ່ ພົບວ່າສະຖານປະກອບການດັ່ງກ່າວ ບໍ່ມີໃບຂໍອະນຸຍາດຜະລິດອາຫານ, ບໍ່ມີເອກະສານໃບອະນຸຍາດການຄ້າສັດ, ບໍ່ມີເອກະສານເຄື່ອນຍ້າຍສັດ ແລະ ບໍ່ມີເອກະສານຮັບຮອງໃຫ້ຈຳໜ່າຍຊີ້ນສັດ ເຊິ່ງມີຄວາມຜິດຕາມລະບຽບກົດໝາຍ,

ນອກນັ້ນຍັງພົບການຜະລິດວັດຖຸດິບໃນສ່ວນເຄື່ອງໃນ ແລະ ຊີ້ນ ທີ່ມີການໃຊ້ສານເຄມີໃນການຜະລິດປະກອບມີ ສານຟໍມາລິນ, ໂຊດາໄຟ ແລະ ໄຮໂດເຈນເປີອອກໄຊ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ຍຶດຂອງກາງ ຈຳນວນ 25,000 ກິໂລກຣາມ ແລະ ຫລັກຖານການຂາຍໃຫ້ກັບລູກຄ້າຮ້ານຊີ້ນດາດ ແລະ ອາຫານອີສານອີກ 66 ແຫ່ງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page