ສານປະຊາຊົນແຂວງວຽງຈັນ ຕັດສິນ ປ ະຫ າ ນ ຊີວິດ 3 ຈຳເລີຍ
ໃນວັນທີ 1 ທັນວາ 2022 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ໄດ້ຕັດສິນຄະດີຈຳເລີຍ ຈຳນວນ 4 ຄົນໃນຄະດີຢ າເ ສ ບຕິ ດ ໃນນີ້ 3 ຈຳເລີຍ ຖືກຕັດສິນ ປ ະຫ າ ນຊີວິດ, ອີກ 1 ຈຳເລີຍແມ່ນຕັດສິນຈຳຄຸກ ພ້ອມທັງປັບໃໝ.

ສາມຈຳເລີຍ ປະກອບມີ: ທ້າວ ຮືລໍ່ ອາຍຸ 21 ປີ ອາຊີບ ຊາວນາ ຢູ່ບ້ານຫຼັກ 52 ເມືອງໂພນໂຮງ, ທ້າວ ສີຫວ່າງໄຊ ອາຍຸ 27 ປີ ອາຊີບ ຊາວນາ, ຢູ່ບ້ານ ນາມອນເໜືຶອ ເມືອງວັງວຽງ ແຂວງວຽງຈັນ, ທ້າວ ລົງມົວ ອາຍຸ 26 ປີ ອາຊີບກໍາມະກອນ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ.

ຈໍາເລີຍທັງ 3 ຄົນ ຖືກກັກຕົວໃນຄັ້ງວັນທີ 7 ພະຈິກ 2019 ໃນຂໍ້ກ່າວຫາຄ້າ-ຂາຍຢ າເ ສ ບຕິ ດ ແລະ ມີຂອງກາງ ຢ າເ ສ ບຕິດປະເພດ ຢ າບ້ າ ຈຳນວນ 102.000 ເມັດ ສານປະຊາຊົນ ແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະ ພາບ ຈຳເລີຍທັງ 3 ຄົນ ປະ ຫ າຊີວິດ.

ອີກ 1 ຈຳເລີຍຊື່: ທ້າວ ກື່, ອາຍຸ 27 ປີ, ອາຊີບ ຊາວນາ, ຢູ່ບ້ານ ສົມສະໜຸກ ເມືອງຫິນຫີບ ແຂວງວຽງຈັນ ຖືກກັກຕົວໃນວັນທີ 18 ພະຈິກ 2020 ໃນຂໍ້ກ່າວຫາຄ້າ-ຂາ ຍ ຢ າເ ສ ບຕິ ດ ຂອງກາງຢາເສບຕິ ດປ ະເ ພດຢ າບ້ າ ຈໍານວນ 85 ເມັດ, ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະ ພາບ 5 ປີ ປັບໃໝ 10.000.000 ກີບ.

…

ຂ່າວ: ປກສ ແຂວງວຽງຈັນ