ລາໂລກໄປແບບບໍ່ມີໃຜທັນເຫັນໃຈ!

ລາໂລກໄປແບບບໍ່ມີໃຜທັນເຫັນໃຈ! ສອງສ່ຽວຂີ່ລົດຕົກຮ່ອງທາງກຳລັງກໍ່ສ້າງເສຍຊີວິດ

ສອງສ່ຽວຂີ່ລົດຈັກຕົກຮ່ອງທີ່ມີກໍ່ສ້າງ ເສຍຊີວິດຄາທີ່, ໃນຄືນວັນທີ 6 ທັນວາ 2022 ເວລາ 20:30 ໂມງ: ໄດ້ເກິດອຸບັດຕິເຫດລົດຈັກ ຂີ່ຕົກຮ່ອງທີ່ກຳລັງກໍ່ສ້າງເສຍຊີວິດທັງສອງຄົນ. ເຈົ້າຫນ້າທີ່ຈະລາຈອນ ເມືອງໃຫ້ຂໍ້ມູນວ່າ:

ຜູ້ຂັບຂີ່ລົດຈັກທັງສອງຄົນ ມຸ້ງໜ້າມາທາງເຂົ້າສູ່ບ້ານບຸ່ງຄ້າ ພໍຮອດລະຫວ່າງ ທາງເຂົ້າບ້ານ ສີທວນ ເລີຍຕຳກັບກອງດີນ ທີ່ຍັງຢູ່ໃນຂັ້ນຕອນການກໍ່ສ້າງເສັ້ນທາງ .ຈົນເຮັດໃຫ້ຜູ້ກ່ຽວທີ່ຊ້ອນທ້າຍກັນ2ຄົນຕົກລົງໃສ່ທໍ່ ແລະ ເສຍຊິວິດຄາທີ່.

ຂໍ້ມູນຜູ້ເສຍຊີວິດແມ່ນຊື່ທ່າວ ໂຕ່ຍ ແລະ ທ້າວ ລາ ທັງສອງມີອາຍຸ 30 ປີ, ທັງສອງຢູ່ບ້ານພັດທະນາຊອນພາກ ( ຄຸ້ມໂສກກຸງ ) ເມືອງຊະນະສົມບູນ ແຂວງຈຳປາສັກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page