ກຽມພ້ອມແລ້ວບໍຄືນນີ້ ອາບແສງຈັນ ເພື່ອເພີ່ມສະເໜ່ ຮັບໂຊກລາບ
ສາຍມູຕ້ອງລອງ ຄືນນີ້ ອາບແສງຈັນ ເພື່ອເພີ່ມມສະເໜ່, ຮັບໂຊກລາບ ຄ້າຂາຍລໍ້າລວຍ ເຮັດຫຍັງກໍຈະເລີນຮຸ່ງເຮືອງ
ສາຍມູ ກຽມໂຕ ມື້ນີ້ວັນອາບແສງພະຈັນ ຄືນວັນທີ 8 ທັນວາ 2022 ຖືເປັນມື້ທີ່ແສງຈັນສຸດທ້າຍຂອງປີ 2022 ໂດຍການອາບແສງຈັນ ຈະຊ່ວຍເສີມສະເໜ່ ເມດຕາມະຫານິຍົມ ແລະ ຄົນຮອບໂຕຮັກແພງ ເສີມໂຊກລາບບາລະມີ
ຂອງທີ່ຕ້ອງກຽມບໍ່ມີຫຍັງຍາກ ມີພຽງນໍ້າສະອາດ ເຮັດໄດ້ຕັ້ງດວງຈັນຂຶ້ນເໜືອຂອບຟ້າ ຈົນຮອດຕອນເຊົ້າ ຂອງຄືນນັ້ນ
ວິທີອາບຕາມນີ້ ຢືນກາງແຈ້ງນອກຊາຍຄາເຮືອນ ຫຼື ບໍລິເວນທີ່ເຫັນພະຈັນ-ແສງຈັນສ່ອງເຖິງ ຖືພາສະນະໃສ່ນໍ້າສະອາດ ພ້ອມທ່ອງບົດສວດນີ້
(ตั้งนะโม 3 จบ) ปุญณะจันโท วิชานันเต วิสุทธิ สาวะโก วะโร พุทโธ สัทธัมมะรังสี มุนิโน มัตถะเกสุภัง (ท่อง 15 จบ)
ແລ້ວນໍານໍ້າມາໃສ່ໂຕ ຫຼື ອາບ ພ້ອມກັບຂໍພອນທີ່ຕ້ອງການ ເປັນອັນເສັດພິທີ ສ່ວນນໍ້າທີ່ເຫຼືອສາມາດເກັບໄວ້ເພື່ອຄວາມເປັນສິລິມຸງຄຸນຕໍ່ໄດ້ ເປັນຄວາມເຊື່ອສ່ວນບຸກຄົນ ລອງແລ້ວກໍບໍ່ເສຍຫາຍ ຫຼື ຖ້າບໍ່ລອງກໍເລື່ອນຜ່ານໄປ ຂໍໃຫ້ທຸກຄົນໂຊກດີ ໝານໆເຮັງໆເດີ້
Cr.อีเว้นพาส