ຍັງມີແຮງງານລາວຫຼາຍເຂົ້າ-ອອກເມືອງຜິດກົດໝາຍຕົກຄ້າງຢູ່ປະເທດເພື່ອນບ້ານ

ຍັງມີແຮງງານລາວຫຼາຍເຂົ້າ-ອອກເມືອງຜິດກົດໝາຍຕົກຄ້າງຢູ່ປະເທດເພື່ອນບ້ານ

ອີງຕາມຂໍ້ມູນ ຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ບາງກອກ ປະເທດໄທ ໃຫ້ຮູ້ວ່າ: ປັດຈຸບັນ, ແຮງງານລາວກຸ່ມທີ່ຕົກຄ້າງ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ກຸ່ມແຮງງານລາວທີ່ເດີນທາງເຂົ້າປະເທດໄທ ໃນຮູບແບບນັກທ່ອງທ່ຽວ

ແລະ ແບບເຂົ້າເມືອງບໍ່ຖືກຕ້ອງຕາມກົດໝາຍ, ພາຍຫຼັງການເປີດປະເທດມີ 152.424 ຄົນ; ໃນນັ້ນ, ບໍ່ລວມແຮງງານທີ່ຈັດສົ່ງໄປຕາມລະບົບ MOU ແລະ ຍັງບໍ່ລວມແຮງງານທີ່ເຂົ້າ-ອອກ ຕາມດ່ານປະເພນີຢູ່ແຕ່ລະທ້ອງຖິ່ນ.

ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ຕາງໜ້າຄະນະປະຈຳສະພາແຫ່ງ ຊາດ ໄດ້ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ທັນວາ 2022 ວ່າ: ຜ່ານມາ ກົນໄກການຄຸ້ມຄອງ ການພັດທະນາສີມືແຮງງານ, ການສ້າງວິຊາຊີບ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ

ເຫັນວ່າຍັງບໍ່ທັນເປັນລະ ບົບເອກະພາບ, ບໍ່ທັນຕິດພັນກັບຄວາມຕ້ອງການ ຂອງຕະຫຼາດແຮງງານ ລວມທັງຄຸນນະພາບຍັງຕໍ່າ, ການປະສານສົມທົບລະ ຫວ່າງສະຖານອາຊີວະສຶກສາ, ພັດທະນາສີມືແຮງງານ, ໂຮງຮຽນ, ສູນຝຶກອົບຮົມວິຊາຊີບຂອງອົງການຈັດຕັ້ງມະ ຫາຊົນ, ພາກເອກະຊົນ, ຜູ້ປະກອບການ ແລະ ຜູ້ລົງທຶນ ບໍ່ທັນເປັນລະບົບກົມກຽວກັນ, ຕ່າງຝ່າຍຕ່າງເຮັດ ແລະ ມີການສ້າງຊ້ຳຊ້ອນກັນ ເຮັດໃຫ້ມີສະພາບແຮງງານເຫລືອບໍ່ພໍ. ນອກຈາກນີ້, ການຮຽນຈົບມາແລ້ວ ຊອກວຽກເຮັດງານທຳຍາກ ແລະ ບໍ່ເປັນທີ່ຍອມຮັບຂອງຜູ້ໃຊ້ແຮງງານ;

ສະນັ້ນ, ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານຄົ້ນຄວ້າ ປັບປຸງຫຼາຍບັນຫາສຳຄັນ ເພື່ອພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນບັນລຸຕາມແຜນທີ່ວາງໄວ ເປັນຕົ້ນຄົ້ນຄວ້າເພີ່ມຄ່າແຮງງານຂັ້ນຕໍ່າ ເພື່ອໃຫ້ສາມາດດຳລົງຊີວິດຢູ່ໄດ້ ທັງເປັນແຮງຮູງໃຈໃຫ້ຜູ້ອອກແຮງງານ ແລະ ຮັບປະກັນ ໃຫ້ມີສະຫວັດດີການທີ່ດີ ໃຫ້ແກ່ຜູ້ອອກແຮງງານ ຕາມກົດໝາຍກຳນົດ;

ຈັດງານຕະ ຫລາດນັດແຮງງານ ເພື່ອເຮັດໃຫ້ແຮງງານລາວ ໄດ້ມີໂອ ກາດເຂົ້າເຖິງຕະຫລາດແຮງງານຫລາຍຂຶ້ນກວ່າເກົ່າ ທັງເຮັດໃຫ້ເຂົ້າເຈົ້າໄດ້ເຂົ້າເຖິງ ຂໍ້ມູນຂ່າວສານກ່ຽວກັບກົດໝາຍ, ນິຕິກຳ ແລະ ຂໍ້ມູນຕະຫລາດແຮງງານ ລວມທັງຄວາມຮູ້ຮອບຕົວ ທີ່ກ່ຽວພັນກັບການອອກແຮງງານຢູ່ພາຍໃນ ແລະ ຕ່າງປະເທດ; ປັບປຸງ ພັດທະນາຫລັກສູດ, ວິທີການຮຽນ-ການສອນ,

ການຝຶກວິຊາຊີບ ແລະ ການພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານໃນທຸກກຸ່ມເປົ້າ ໝາຍ; ເພີ່ມທະວີໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບການນຳໃຊ້ແຮງງານ, ປັບປຸງກົນໄກ ແລະ ຂັ້ນຕອນການປະສານງານ ກ່ຽວກັບວຽກງານການຄຸ້ມຄອງແຮງງານໃຫ້ມີປະສິດທິພາບ.

Cr. ປະເທດລາວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page