ຮັກກັນເມື່ອຍັງຫາຍໃຈ R.I.P ວ່າທີ່ເຈົ້າສາວ ໃກ້ຈະແຕ່ງແລ້ວ ເກີດອຸປະຕິເຫດກ່ອນ
ເປັນເລື່ອງທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ ຮັກກັນເມື່ອຍັງຫາຍໃຈ ເພາະບໍ່ຮູ້ມື້ໃດໃຜຈະຈາກໄປກ່ອນ ນີ້ເປັນເລື່ອງລາວຂອງປະເທດເພື່ອນບ້ານນ້ອງ ນັດຕີ້ ອາຍຸ 27 ປີ ວ່າທີ່ເຈົ້າສາວ ກໍາລັງຈະແຕ່ງໃນວັນທີ 25 ທັນວາ ກໍາລັງຈະມີຄອບຄົວທີ່ສົມບູນ

ແຕ່ກໍເກີດອຸປະຕິເຫດຈາກໄປຕໍ່ໜ້າຕໍ່ຕາ ວ່າທີສາມີ ແລະ ໝູ່ເພື່ອນ ຢ່າງໂສກເສົ້າ ເຫດເກີດຫລັງ ນັດຕີ້ເລີກການ ລົດພວງ 18 ລໍ້ ພຸ່ງຕໍາທ້າຍລົດ ກະເດັນຕໍາເສົາໄຟ ແລະ ຕູ້ໂທລະສັບ ວ່າທີ່ເຈົ້າສາວ ຖືກອັດກ໊ອບປີ້ເສຍຄາທີ່

ເຈົ້າບ່າວໄວ 30 ປີ ໄດ້ແຕ່ກອດຮ່າງລໍ່າໄຫ້ ເສຍໃຈ ເສຍໃຈນໍາເດີ້ ຂໍໃຫ້ໄປເປັນນາງ ຢູ່ສະຫວັນເດີ້ ຍາມຍັງຢູ່ ຮັກກັນໃຫ້ດີ ເວລາມັນສັ້ນສໍາລັບບາງຄົນ

…
