ຊີ້ແຈງ ບັນຫາເກັບຄ່າຜ່ານທາງຫຼວງແຫ່ງຊາດ ແຂວງຈຳປາສັກ
ໃນໂອກາດດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວານີ້ ເຊີ່ງເປັນມື້ທີ່ຜູ້ຕາງຫນ້າຈາກບັນດາກະຊວງກ່ຽວຂ້ອງຂຶ້ນອະທິບາຍຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ທ່ານ ໄຊບັນດິດ ຣາຊະພົນ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ສະເໜີໃຫ້ລັດຖະບານກວດກາ ແລະ ແກ້ໄຂບັນຫາການເກັບຄ່າທາງທີ່ເອກະຊົນສໍາປະທານທາງຫລວງແຫ່ງຊາດຈາກປາກເຊ ຫາ ປາກຊ່ອງ ແລະ ຈາກປາກເຊ ຫາ ວັງເຕົ່າ, ເມືອງໂພນທອງ ແຂວງຈໍາປາສັກ
ເນື່ອງຈາກສ້າງຄວາມເດືອດ ຮ້ອນໃຫ້ປະຊາຊົນທີ່ຢູ່ໃກ້ຄຽງທີ່ສັນຈອນໄປ-ມາເປັນເວລາດົນແລ້ວ. ຕໍ່ຄໍາຖາມນີ້, ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງວ່າ: ຄວາມຈິງແລ້ວທາງທີ່ເອກະຊົນສໍາປະ ທານເປັນທາງຫລວງແຫ່ງຊາດ,
ການໄປປັບປຸງທາງດັ່ງກ່າວແລ້ວເກັບເອົາເງິນນໍາປະຊາຊົນແມ່ນບໍ່ຖືກຕ້ອງ ເພາະເຖີງວ່າມັນໄດ້ສ້າງ ຄວາມສະດວກສະບາຍ ໃຫ້ແກ່ການເດີນທາງໄປ-ມາ ແຕ່ອີກດ້ານຫນຶ່ງມັນໄດ້ສ້າງຄວາມເດືອດຮ້ອນໃຫ້ປະຊາ ຊົນທີ່ຢູ່ໃກ້ຄຽງທີ່ຕ້ອງໄດ້ເສຍເງິນຄ່າສັນຈອນໄປ-ມາຈໍານວນຫລາຍ.
ປັດຈຸບັນລັດຖະບານຍັງຫາວິທີແກ້ໄຂຢູ່ ເຊີ່ງອາດແກ້ໄຂດ້ວຍຫລາຍວິທີ ເປັນຕົ້ນ: ອາດໂຍະຍານໃຫ້ປະຊາຊົນທີ່ຢູ່ໃກ້ຄຽງສາມາດສັນຈອນໄປ-ມາ ໂດຍບໍ່ເສຍຄ່າ ແລະ ອີກວິທີຫນຶ່ງແມ່ນໃຫ້ເອກະຊົນທີ່ສໍາປະທານສ້າງທາງຄູ່ຂະຫນານຂຶ້ນມາ ຖ້າໃຜຢາກສັນຈອນຢ່າງສະດວກ ໃຫ້ໃຊ້ບໍລິການ ທາງທີ່ສ້າງຂຶ້ນໃຫມ່ ແຕ່ຖ້າບໍ່ຢາກເສຍເງິນ ກໍ່ສາມາດສັນຈອນ ຕາມເສັ້ນທາງເກົ່າ.