ລາວສະເໜີໃຫ້ອາຊ່ຽນແລະອາເມລິກາຮ່ວມມືຄົ້ນຄວ້າຜະລິດວັກຊີນແລະຢາປົວໂຄວິດ
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ ສະເໜີທີ່ກອງປະຊຸມ ສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ຢູ່ ວໍຊິງຕັນ ດີຊີ, ສະຫະລັດ ໃຫ້ບັນດາ ປະເທດອາຊຽນ ແລະ ອາເມລິກາ
ເພີ່ມທະວີການຮ່ວມມື ໃນການ ຄົ້ນຄວ້າ ແລະ ຜະລິດວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ຢາປົວພະຍາດ ເພື່ອຮັບປະກັນການສະໜອງວັກຊິນຕ້ານໂຄ ວິດ-19 ຢູ່ພາກພື້ນອາຊຽນໃຫ້ທົ່ວເຖິງ, ພຽງພໍ ແລະ ສະເໝີພາບ.
ນອກນັ້ນ, ກໍ່ຊຸກຍູ້ໃຫ້ອາເມລິກາ ສະໜັບສະໜູນແຜນວຽກຟື້ນຟູ ຮອບດ້ານອາຊຽນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃນການ ເຊື່ອມຈອດເສດຖະກິດພາກພື້ນ ໃຫ້ມີຄວາມຍືນຍົງ, ຮັບປະກັນ ຕ່ອງໂສ້ການຜະລິດໃຫ້ມີຄວາມໂລ່ງລ່ຽນ,
ສົ່ງເສີມຈຸລະ ວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຊຸກຍູ້ການຫັນເປັນດີຈິຕອນ ແລະ ອຳນວຍຄວາມສະດວກທາງ ດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃຫ້ມີປະສິດທິພາບ.
ໃນກອງປະຊຸມສຸດຍອດຄັ້ງນີ້, ຜູ້ນຳອາຊຽນ ແລະ ອາເມລິກາ ໄດ້ ເຫັນດີໃນດ້ານຫຼັກການຍົກລະດັບການພົວພັນອາຊຽນ-ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ເຊິ່ງຈະຮັບຮອງເອົາຢ່າງ ເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022.
ໃນໂອກາດນີ້, ຜູ້ນຳອາຊຽນ ແລະ ອາເມລິກາ ກໍໄດ້ຮັບຮອງເອົາຖະ ແຫງການ ວິໄສທັດຮ່ວມອາຊຽນ-ອາເມລິກາ ເພື່ອເປັນພື້ນຖານໃຫ້ ແກ່ການຮ່ວມມືໃນຕໍ່ໜ້າ.
ທີ່ມາ:ໜັງສືພິມວຽງຈັນ