ຣັດເຊຍເອີ້ນປະຊຸມສຸດຍອດ 6ຜູ້ນຳທ່ເປັນພັນທະມິດ
ຣັດເຊຍ ເອີ້ນປະຊຸມສຸດຍອດ 6 ຜູ້ນຳພັນທະມິດທາງການທະຫານໃນອາທິດໜ້າ ຮັບມືການຂະຫຍາຍອິດທິພົນຂອງນາໂຕ້ ທຳນຽບປະທານາທິບໍດີຣັດເຊຍຖະແຫຼງວັນທີ 13 ພຶດສະພາ2022 ວ່າ:
ຣັດເຊຍຈະເປັນເຈົ້າພາບຈັດກອງປະຊຸມຍອດຜູ້ນຳກຸ່ມພັນທະມິດທາງທະຫານລະຫວ່າງອົງກອງສົນທິສັນຍາຄວາມໝັ້ນຄົງ ຫລື CSTO ສະມາຊິກ6ປະເທດ ປະກອບດ້ວຍ ອາເມເນຍ, ເບລາຣຸສ, ຄາຊັກສະຖານ, ຄີກິດສະຖານ, ຣັດເຊຍ ແລະ ທາຈິສະຖານ ໃນອາທິດໜ້າ.
ຜູ້ທີ່ເຂົ້າຮ່ວມ ນອກຈາກປະທານາທິບໍດີ ວະລາດີເມຍປູຕິນ ຂອງຣັດເຊຍແລ້ວ ຍັງລວມມີທັງປະທານາທິບໍດີ ອະເລັກຊັນເດີ ລູກາເຊັນໂກຂອງເບລາຣຸສ ແລະ ປະທານາທິບໍດີ ຄັສຊິມ ໂຈມາດ ໂທຄາເຢຟ ຂອງຄາຊັກສະຖານນຳ.
ລາຍງານຂ່າວລະບຸວ່າ ຜູ້ນຳຣັດເຊຍຈັດປະຊຸມດັ່ງກ່າວຂຶ້ນມາ ເພື່ອພະຍາຍາມເນັ້ນເຖິງເອກະພາບຂອງພັນທະມິດທາງທະຫານນຳໂດຍຣັດເຊຍ ໃນຊ່ວງທີ່ອົງການ ນາໂຕ້ ກຳລັງຂະຫຍາຍອິດທິພົນເຂົ້າມາໃກ້ພົມແດນຣັດເຊຍເຂົ້າມາທຸກຂະນະ ຫຼັງຟິນແລນ ກຳລັງຈະສະມັກເຂົ້າຮ່ວມກຸ່ມນາໂຕ້ ຖ້າພຽງສະພາອະນຸມັດ, ສ່ວນສະວີເດັນມີທ່າອ່ຽງສະມັກເຂົ້າເປັນສະມາຊິກນາໂຕ້.