ຄູ່ດຽວໃນຊຽງຂວາງເກມ ຜົວເປັນອ້າຍລ້ຽງສ່ວນເມຍເປັນນັກມວຍ

ຄູ່ດຽວໃນຊຽງຂວາງເກມ ຜົວເປັນອ້າຍລ້ຽງສ່ວນເມຍເປັນນັກມວຍ

ຫນ້າຈະມີຄູ່ດຽວ ໃນຊຽງຂວາງເກມ ບຸນປອນ ລາຊະວົງສີ ອາດີດນັກມວຍ ຫລຽນທອງ ຊີເກມທີ່ປະເທດມາເລເຊຍ ຮັບບົດບາດເປັນອ້າຍລ້ຽງໃຫ້ນັກມວຍ ໃນຊຽງຂວາງເກມ ໃນປະເພດມວຍສາກົນ ແລະ ນັກມວຍກໍ່ບໍ່ໄດ້ແມ່ນຄົນອື່ນຄົນໄກ ນັ້ນກໍ່ຄື ພັນລະຍາ ຂອງເພີ່ນເອງ ງານນີ້ ຢູ່ເທີງເວທີ່ ບຸນປອນມີສິດເຕັມໂຕ ຫລັງຈາກຈົບການແຂ່ງຂັນ ບໍ່ຮູ້ວ່າບຸນປອນ ຈະຍັງໄດ້ໃຊ້ສິດນັ້ນຫລືບໍ່

ແມ່ ບຸນພິທັກ ບຸນປອນລາດ ຊະວົງສີ ຍັງໂດຍ ແມ່ ບຸນພິທັກ ນັກມວຍມືໃໝ່ ແຕ່ຫົວໃຈເກີນ100 ຈາກຄວາມມັກຮັກໃນກິລາມວຍ ຈີ່ງເກີດມີ ຄ້າຍມວຍ ມຸງຄຸນເພັດ ແລະ ດ້ວຍຫົວໃຈມັກ ແລະ ຄຸກຄິຢູ່ກັບວົງການມວຍ ຄັ້ງນີ້ຈີ່ງກ້າວສູ່ເວທີການແຂ່ງຂັນ ກິລາແຫ່ງຊາດ ,

ດາຣິກາ ພູມສະຫວັນ ຫົວໜ້າ ຄ້າຍມວຍ ມຸງຄຸນເພັດ ບອກວ່າຈະເຮັດໃຫ້ສຸດຂິດ ເພາະຄັ້ງນີ້ກໍເປັນຄັ້ງທໍາອິດ ທີ່ລົງແຂ່ງຂັນແລະຕິມວຍສາກົນສະໝັກຫຼິ້ນ ໃນກິລາແຫ່ງຊາດ ຄັ້ງທີ 11 ທີ່ ແຂວງຊຽງຂວາງ ລົງແຂ່ງໃນລຸ້ນ 57 ກິໂລກາມ

ສ່ວນຜົນງານຜ່ານມາ ຕິມວຍລາວ 1 ຄັ້ງ ຊະນະ 1ຄັ້ງ ທີ່ເວທີມວຍຫວຍຫົງ ແລະ ໃນການຮ່ວມຊີງໄຊຄັ້ງໃນກິລາແຫ່ງຊາດຄັ້ງນີ້ ດາຣິກາ ພູມສະຫວັນ ໄດ້ຄູຝືກຄູ່ໃຈ ຄູ່ກາຍຄື: ພໍ່ ບຸນພິທັກ ບຸນປອນ ລາຊະວົງສີ ອາດິດ ນັກມວຍສາກົນທີມຊາດລາວ, ແລະ ດາຣິກາ ພູມສະຫວັນບອກວ່າ ຜົນການແຂ່ງຂັນ ຈະໄດ້ ຫຼື ເສຍ ມັນຄຶເກມກິລາ ແຕ່ຈະຂໍເຮັດໃຫ້ເຕັມທີ່ ສົມກັບ ແຂວງ ສາລະວັນ ເພີ່ນໄວ້ເນື້ອເຊືອໃຈ

Leave a Reply

Your email address will not be published. Required fields are marked *

You cannot copy content of this page