ມາເຮັດວຽກຢູ່ນະຄອນຫຼວງຖືກໄລ່ອອກ ຍ່າງກັບບ້ານແຕ່ຖືກໂຈນຕວົະໃຫ້ຂຶ້ນລົດນຳ
ຄົນເຮົາຮູ້ໜ້າບໍ່ຮູ້ໃຈ ຢ່າຫຼົງເຊື່ອຄົນແປກໜ້າເດີ ວັນທີ 12.12.22 ເວລາ3ໂມງແລງມີປກສບ້ານໄດ້ໄປພົບ.ນາງປາດ ບໍ່ຮູ້ນາມສະກຸນ ອາຍຸ14ປີ.ຊື່ພໍ່.ກະຈົກຊື່ແມ່ ດຳຢູ່ບ້ານໜອງບົວຊີ້ນ ເມືອງພິນ ແຂວງສະຫວັນນະເຂດ.

ມາເປັນແມ່ບ້ານຢູ່ນະຄອນຫລວງ.ຖືກໄລ່ອອກຈາກວຽກແລ້ວຈະກັບບ້ານແຕ່ຢ່າງມານຳທາງມີຜູ້ຊາຍວ່າຈະໄປສົ່ງໃສ່ຄິວລົດແຕ່ກາຍຄິວລົດມາແຖວປ່າດົງໝາກຄາຍ.ເຫັນທ່າບໍ່ດີເລີຍໂຕນລົດໜີ.

ເຄື່ອງຕິດໂຕມາມີໂທລະສັບແລະເຄື່ອງນຸ່ງ.ແຕ່ຖືກຜູ້ຊາຍເອົາໄປນຳເລີຍ. ເພາະ ປກສ ບ້ານດ່ານຊ້າງໄປພໍ້ກ່ອນຖ້າຫາກວ່າໃຜຮູ້ຈັກພໍ່ແມ່ໃຫ້ແຊຂ່າວນີ້ຕໍ່ໆໃຫ້ຮອດພໍ່ແມ່ແດ່.

ເພາະທາງການຈັດຕັ້ງບ້ານໄດ້ເອົາເງິນຄ່າລົດແລະສົ່ງກັບບ້ານແລ້ວ.