ຜູ້ນຳຈີນສະເໜີໃຫ້ອາຣັບໃຊ້ເງິນຢວນຊຳລະຄ່ານ້ຳມັນ

ຜູ້ນຳຈີນສະເໜີໃຫ້ອາຣັບໃຊ້ເງິນຢວນຊຳລະຄ່ານ້ຳມັນ

ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ກ່າວຕໍ່ກອງປະຊຸມສຸດຍອດຜູ້ນຳ ສປ ຈີນ – ອາຣັບ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງຣີຢາດຂອງຊາອຸດິ ອາຣາບີ ໂດຍຜູ້ນຳຈີນ ກ່າວວ່າ ຈີນ ຈະນຳໃຊ້ສະກຸນເງິນຢວນ ເພື່ອຊຳລະຄ່າພະລັງງານ ໂດຍສະເພາະແມ່ນນ້ຳມັນ ແລະ ແກ໊ສ ຈາກບັນດາປະເທດອາຣັບ.

ທ່ານ ສີ ຈິ້ນຜິງ ກ່າວວ່າ: ຈີນ ເປັນປະເທດທີ່ນຳເຂົ້ານ້ຳມັນຈາກປະເທດອາຣັບເປັນຈຳນວນຫຼວງຫຼາຍ ແລະ ພ້ອມຈະເພີ່ມປະລິມານການນຳເຂົ້າແກ໊ສແຫຼວ ແລະ ຈີນ ຈະເພີ່ມທະວີການຮ່ວມມືກັບບັນດາປະເທດອາຣັບ ເພື່ອພັດທະນາທຸລະກິດດ້ານນ້ຳມັນ ແລະ ແກ໊ສ.

ຜູ້ນຳຈີນ ຍັງກ່າວວ່າ: ຈີນ ຈະນຳໃຊ້ປະໂຫຍດຢ່າງເຕັມທີ່ຈາກ Shanghai Petroleum and National Gas Exchange ເຊິ່ງເປັນແອັບພລິເຄຊັນ ໃນການດຳເນີນການຊຳລະຄ່າການຊື້ – ຂາຍນ້ຳມັນ ແລະ ແກ໊ສ ດ້ວຍສະກຸນເງິນຢວນ.

ທີ່ມາຈາກ: MCOT news

Leave a Reply

Your email address will not be published. Required fields are marked *

You cannot copy content of this page