ນິວຊີແລນຮ່າງກົດໝາຍຫ້າມຄົນທີ່ເກີດປີ 2009 ຊື້ຢາສູບຕະຫຼອດຊີວິດ
ໃນວັນທີ 13 ທັນວາ 2022 ປະເທດນູແວນແຊລັງ (New Zealand) 🇳🇿 ໄດ້ຮ່າງກົດໝາຍໃໝ່ ຫ້າມປະຊາຊົນທີ່ເກີດຫຼັງວັນທີ 1 ມັງກອນ 2009 ເປັນຕົ້ນໄປ ຊື້ຢາສູບ ໂດຍມີຜົນບັງຄັບຕະຫຼອດຊີວິດ ເພື່ອຈໍາກັດບໍ່ໃຫ້ຄົນຮຸ່ນໃໝ່ເລີ່ມຕົ້ນສູບຢາ ແລະ ເປັນສ່ວນໜຶ່ງຂອງການເຮັດໃຫ້ ນູແວນແຊລັງ ກາຍເປັນປະເທດທີ່ປາສະຈາກຢາສູບ ໃນປີ 2025.
ຈາກກົດໝາຍດັ່ງກ່າວ ຈະເຮັດໃຫ້ອາຍຸຂັ້ນຕໍ່າຂອງຄົນທີ່ຈະມາຊື້ຢາສູບໄດ້ຢ່າງຖືກຕ້ອງຕາມກົດໝາຍນັ້ນ ຈະເພີ່ມຂຶ້ນເລື້ອຍໆ. ໂດຍຮຸ່ນສຸດທ້າຍທີ່ຈະສາມາດຊື້ຢາສູບໄດ້ນັ້ນແມ່ນຄົນທີ່ເກີດໃນປີ 2008 ເຊິ່ງຕອນນີ້ຈະມີອາຍຸ 14 ປີ ແປວ່າ ໃນອີກ 50 ປີ ຄົນທີ່ຈະມີສິດຊື້ຢາສູບໃນປະເທດນິວຊີແລນນັ້ນ ຈະເປັນຄົນທີ່ມີອາຍຸ 64 ປີ ຂຶ້ນໄປເທົ່ານັ້ນ.
BBC