ແຈ້ງເຊີນ ປະມູນໂຮງງານຊີມັງວັງວຽງ
ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນ ຊາບວ່າ: ປັດຈຸບັນ ກະຊວງການເງິນ ມີຈຸດປະສົງຈະສະສາງຊັບສົມບັດເກົ່າແກ່ປະເພດເຄື່ອງຈັກ ແລະ ອຸປະກອນການຜະລິດຂອງ ໂຮງງານຊີມັງລາວວັງວຽງຫຼັງ I ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ,

ທີ່ຂຶ້ນກັບລັດວິສາຫະກິດ ພັດທະນາກະສິກໍາ, ອຸດສະຫະກໍາ ແລະ ບໍລິການຂາອອກ-ຂາເຂົ້າ, ດ້ວຍຮູບການປະມູນຂາຍແບບເປີດກວ້າງ. ສະນັ້ນ, ຫາກທ່ານໃດມີຄວາມສົນ ໃຈຢາກເຂົ້າຮ່ວມການປະມູນແຂ່ງຂັນລາຄາ ສາມາດຕິດຕໍ່ຂໍລາຍລະອຽດເພີ່ມເຕີມ ແລະ ຊື້ຊອງປະມູນໄດ້ທີ່ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ,
ກະຊວງການເງິນ, ການຂາຍຊອງປະມູນແມ່ນເລີ່ມແຕ່ ວັນທີ 13 ຫາ 26/12/2022 (ໃນວັນ ແລະ ເວລາລັດຖະການ), ສໍາລັບການເປີດຊ່ອງປະມູນແມ່ນຈະໄດ້ຈັດຂຶ້ນໃນວັນທີ 28/12/2022
ຫມາຍເຫດ:
– ຜູ້ທີ່ຊື້ຊອງເຂົ້າຮ່ວມການປະມູນ ສາມາດໄປເບິ່ງຊັບສົມບັດຕົວຈິງໄດ້ທີ່ໂຮງງານຊີມັງລາວວັງວຽງຫຼັງ I ຢູ່ທີ່ ເມືອງວັງວຽງ, ແຂວງວຽງຈັນ;
– ລາຄາຂາຍ ຊອງປະມູນ ເປັນມູນຄ່າ 2.000.000 ກີບ ຕໍ່ 1 ຊ່ອງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນເພື່ອຊາບ
ທີ່ມາ: ກະຊວງການເງິນ