ຊີວິດສຸດລັນທົດ! ປະກາດຫາສາວງາມ ຖືກແມ່ໃໝ່ວາງຢາເບື່ອໜູໃຫ້ກິນ
ປະກາດຄົນຫາຍ ຝາກແຊ. ນາຕາລີ ໄດ້ອອກໄປຈາກເຮືຶອນ ບໍ່ເຫັນກັບບ້ານແລ້ວ, ເຟສບຸກ Natalie Nova ໄດ້ໂພວ່າ: ຂໍໂທດປ້າຂໍໂທດຫລານຂໍໂທດລຸງທີ່ບໍ່ສາມາດໄປຕໍ່ໄດ້ອີກໂລກບໍ່ໃຈດີກັບເຮົາ..

ເຮົາຊື່ວ່າ ນາ ເຮົາຢູ່ຕົວຄົນດຽວແມ່ເຮົາໄດ້ເສຍແລ້ວພໍ່ເຮົາໄປເອົາແມ່ໄຫມ່ພໍ່ເຮົາເຮັດໃສ່ເຂົາທຸກຢ່າງຕີແລະຂັງໄວ້ຢູ່ຫ້ອງ5ມື້ພໍອອກມາໄດ້ລາວກໍ່ນຳ ເຮັດໃສ່ເຮົາຈົນມື້ຫນື່ງແມ່ໄຫມ່ໄດ້ເອົາເຂົ້າມາໃຫ້ເຮົາກີນແຕ່ໃນເຂົ້ານັ້ນລາວໄດ້ໃສ່ຢາເບື່ອຫນູໃຫ້ເຮົາກີນເຂົາກີນແລ້ວໄດ້ໄປລ້າງທ້ອງຢູ່ໂຮງຫມໍ

ຈົນເຮົາດີເຊົາແລ້ວຈະໄປແຈ້ງຄວາມແຕ່ທາງຕຳຫລວດເພີ່ນບໍ່ເຫັນດີນຳແລະບໍ່ຮັບແຈ້ງເຮົາກໍ່ບໍ່ຮູ້ສາເຫດແລະທຸກຢ່າງກໍ່ງຽບໄປພໍ່ເຮົາກໍ່ໄດ້ຕັດຂາດຈາກເຮົາຕອນນີ້ເຮົາບໍ່ເຫລືອຫຍັງ ຄົນທີ່ເຄຍສັນຍາວ່າຊິບໍ່ຖີ້ມກໍ່ຖີ້ມໄປເບີດແລ້ວ ຟ້າຫລັງຝົນບໍ່ມີຫຍັງສວຍງາມ ຖ້າຊາດຫນ້າມີແທ້ຂໍໃຫ້ເຈີຄວາມສຸກກວ່ານີ້, ຫລັງຈາກສາວໂພສອຳລາແລ້ວ ກໍ່ມີເຟສບຸກທ່ານຫນື່ງຊື່ หลอน ไดอารี ໂພສຂໍທຸກຊ່ວຍແນ່:

ປະກາດຄົນຫາຍຝາກແຊຮ໌ ນ. ນາຕາລີ ອາຍຸ20 ໄດ້ອອກໄປຈາກເຮືອນຕອນເວລາ 09:00 ເຊົ້ານິ້ ຢູ່ ເມືອງປາກຊັນ ແຂວງບໍລິຄຳໄຊ ທ່າແຂກ-ປາກຊັນ-ທ່າພະບາດ ໃຜຢູ່3ເມືອງນີ້ ເບິ່ງໃຫ້ແນ່ໃຜພົບເຫັນຕິດຕໍ່ຫາແນ່, ຖ້າໃຜເຫັນຫລືໄດ້ເບາະແສທາງພີ່ນ້ອງຊິມີລາງວັນໃຫ້ 30,000,000 ກີບ, ກາງເດືອນທັນວາ 2022
