ເຫດລົດບັນທຸກຂີ້ເຫຍື້ອປີ້ນ ບາດເຈັບ5ຄົນ

ເຫດລົດບັນທຸກຂີ້ເຫຍື້ອເສຍຫລັກປີ້ນ ບາດເຈັບ 5 ຄົນ ເມືອງປາກງື່ມ ບ້ານເວີນກະເບົາ ນະຄອນຫຼວງ

ໃນວັນທີ 17/12/2022 ເວລາ 12:40 ນາທີຫນ່ວຍກູ້ໄພອາສາເພື່ອປະຊາຊົນ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 56421624 – 5432 3636 ວ່າມີລົດບັນທຸກຂີ້ເຫຍື້ອເສຍຫລັກປີ້ນ ຈຸດເກີດເຫດບ້ານວີນກະເບົາ ເມືອງປາກງື່ມ ນະຄອນຫລວງວຽງຈັນ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ5 ຄົນເພດຊາຍ ທັງຫມົດ ຜູ້ທີ 1ອາການເບື້ອງຕົ້ນແມ່ນຂາຫັກທອນເທິງ ກໍາຂວາ ມີບາດແຜຕາມຕົນໂຕ ແລະມີອາການແຫນ້ນຫນ້າເອິກ

ຜູ້ທີ2 ອາການເບື້ອງຕົ້ນແມ່ນ ຫົວແຕກໃຫຍ່ ສະລືມສະລື
ຜູ້ທີ 3 ອາການເບື້ອງຕົ້ນແມ່ນມີບາດແຜເລັກນ້ອຍ ແລະມີອາການແຫນ້ນຫນ້າເອິກ

ຜູ້ທີ4ແລະ5 ອາການເບື້ອງຕົ້ນແມ່ນທັງ2ມີບາດແຜເລັກນ້ອຍ
ປະຈຸບັນເຈົ້າຫນ້າທີພວມເກັບກຳຂໍ້ມູນ ແລະໜ່ວຍກູ້ໄພໄດ້ນຳສົ່ງຜູ້ບາດເຈັບໄປໂຮງຫມໍມິດຕະພາບ ເພື່ອປິນປົວ
ລົດຮ່ວມ002 ນໍາສົ່ງ ຂໍເຊີນຮ່ວມເຮັດບຸນສະເດາະເຄາະປີຊົງ ນຳກູ້ໄພ ບໍລິຈາກໂລງສົບ ຜ້າຂາວຫໍ່ສົບຂອງຄົນທຸກຍາກ ອານາຖາ ສົບຜູ້ເສຍຊີວິດຕາມທ້ອງຖະຫນົນ ແລະເສຍຊີວິດທາງອຸປະຕິເຫດຕ່າງໆ ທີ່ຕ້ອງການໃຊ້
ຮ່ວມບໍລິຈາກຕາມກຳລັງສັດທາ

1 ຫໍພະເມມ,ຫີບ,ຟືນ,ສົ່ງສະການ 3.500.000 ກີບ
ຫີບໃສ່ສົບ 1 ຫີບ 350.000 ກີບ
ທະນາຄານການຄ້າຕ່າງປະເທດລາວ ເລກທີ 54323636 ບັນຊີຄະນະບໍລິຫານງານກອງກາງໜ່ວຍກູ້ໄພໄພ(ລະບຸເຫດຜົນບໍລິຈາກດ້ວຍ) ຕິດຕໍ່ຂໍມູນເພີ່ມເຕີມໂທ 02054323636 / 020 56421624

ປະຈຸບັນໜ່ວຍກູ້ໄພອາສາເພື່ອປະຊາຊົນເຫລືອຫີບພຽງ 1 ໜ່ວຍເທົ່ານັ້ນ

ດັ້ງນັ້ນ, ຈຶ່ງວອນຜູ້ໃຈບຸນຊ່ວຍທັງຫຼາຍຊ່ວຍຜູ້ລະເລັກລະໜ້ອຍເຮັດບຸນຮ່ວມກັນ.
1.ຊ່ອງທາງຮ່ວມໃນການເຮັດບູນ ທ່ານສາມາດບໍລິຈາກເຂົ້າບັນຊີ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ເລກບັນຊີ: 54323636 ແປດໂຕເລກ {ພ້ອມລະບຸເຫດຜົນ}
ຂໍມູນເພີມເຕີມໂທ: 02054323636~02056421624

2. ສາມາດມາບໍລິຈາກດ້ວຍໂຕທ່ານເອງທີ່ຫ້ອງການໃຫຍ່ໜ່ວຍກູ້ໄພອາສາເພື່ອປະຊາຊົນ ບ້ານ ບໍ່ເຫລັກ ຫຼັກ36 ເມືອງໄຊທານີ ນະຄອນຫລວງວຽງຈັນ.

ອຸປະຕິເຫດ ເຈັບປ່ວຍສຸກເສີນ ໂທ ສາຍດ່ວນ 1624 🚑ຕະຫລອດ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page