ລັດຖະສາພາລັດເວຍ ສັ່ງທຳລາຍອະນຸສາວະລີນັກຮົບໂຊວຽດ

ລັດຖະສາພາລັດເວຍ ສັ່ງທຳລາຍອະນຸສາວະລີນັກຮົບໂຊວຽດ

ຫຼັງມີຊາວເມືອງຫຼາຍພັນຄົນ ໄປວາງດອກໄມ້ຮ່ວມລະນຶກຄຸນຄວາມດີທະຫານໂຊວຽດຣັດເຊຍ ໃນວັນແຫ່ງໄຊຊະນະເໜືອນາຊີ 9 ພຶດສະພາ ແຕ່ມັນກັບເປັນພາບບາດຕາບາດໃຈອາເມຣິກາ ແລະນາໂຕ ທີ່ພະຍາຍາມບຸກລະດົມຂະບວນການຕໍ່ຕ້ານຣັສເຊຍ

ໃນສະໄໝສົງຄາມໂລກຄັ້ງທີ 2 ນາຊີເຢຣມັນ ໄດ້ບຸກຢຶດດິນແດນແຫ່ງນີ້ ກວດລ້າງສັງຫານຊາວຢີວເຖິງ 40.000 ຄົນ ໃນນີ້ 20.000 ຄົນ ເປັນພົນລະເມືອງຂອງລັດເວຍ ແລະອີກ 20.000 ຄົນ ນຳມາຈາກເຢຣມັນ ແລະບັນດາປະເທດຢູໂຣບ..

ທະຫານໃນກອງທັບແດງໂຊວຽດ ກວ່າ 150.000 ຄົນ ຕ້ອງອຸທິດຕົນໃຫ້ກັບການປົດປ່ອຍດິນແດນແຫ່ງນີ້ ຈິ່ງຕັ້ງອະນຸສາວະລີຂຶ້ນເພື່ອຈົດຈຳລ້ຳລຶກປະຫວັດສາດອັນຂົມຂື່ນນີ້ ສູ່ລູກຫຼານ..

ທ່ານທູດຣັສເຊຍ ປະຈຳລັດເວຍກ່າວວ່າ ການກະທຳທີ່ເນລະຄຸນຂອງທາງການ ອາດລົບລ້າງຮ່ອງຮອຍປະຫວັດສາດໄດ້ ແຕ່ຈະບໍ່ສາມາດລົບລ້າງຄວາມກະຕັນຍູທີ່ຝັງເລິກໃນຈິດໃຈອັນດີງາມຂອງຊາວລັດເວຍໄດ້ ແລະວັນໜຶ່ງ ພວກເຂົາຈະສ້າງມັນຂຶ້ນມາໃໝ່..

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page