ຕາຢ້ານ! ເກີດເຫດຕູ້ປາໃຫ່ຍໃນໂຮງແຮມບັນຈຸນ້ຳ 1ລ້ານລິດລະເບີດ
ສໍານັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດຕູ້ປາໃນຕູ້ແກ້ວ
ໃຫຍ່ແນວຕັ້ງຊື່ວ່າ ‘AquaDom’ ໃນໂຮງແຮມຣາດິສສັນ ຄອລເລັກຊັ່ນ (Radission Collection Hotel) ທີ່ຕັ້ງຢູ່ໃຈກາງນະຄອນເບີລິນ ປະເທດເຢຍລະມັນ

ລະເບີດແຕກອອກມາ ໃນເວລາ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 16 ທັນວາ 2022 ທີ່ຜ່ານມາ ເຫດການດັ່ງກ່າວສົ່ງຜົນໃຫ້ປາ ຫຼາຍກວ່າ 1.500 ໂຕ ແລະ ມວນນ້ຳ ກວ່າ 1 ລ້ານລິດໄຫຼລົ້ນອອກມາ !!!

ພ້ອມກັນນັ້ນ ໃນເຫດການດັ່ງກ່າວຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 2 ຄົນ ເຊິ່ງໃນຕອນເກີດເຫດຜູ້ບາດເຈັບແມ່ນໄດ້ຖືກສົ່ງຕົວໄປທີ່ໂຮງໝໍແລ້ວ ຂະນະດຽວກັນແຂກ ແລະ ພະນັກງານໃນໂຮງແຮມປະມານ 300 ຄົນຕ້ອງຮີບພາກັນອົບພະຍົບອອກມາຈາກໂຮງແຮມເພື່ອບໍ່ໃຫ້ເກີດອັນຕະລາຍແກ່ຕົນເອງ.
ທີ່ມາຈາກ: BBC