ສສຊ ສະເໜີລັດຖະບານເລັ່ງແກ້ໄຂບັນຫາຄູສອນບໍ່ພຽງພໍ

ສສຊ ສະເໜີລັດຖະບານເລັ່ງແກ້ໄຂບັນຫາຄູສອນບໍ່ພຽງພໍ

ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຄໍາເຫັນ ໃຮກອງປະຊຸມສະໄຫມສາມັນ ເທື່ອທີ່ 4 ຂອງສະພາແຫ່ງຊາດ ຊຸດທິ IX ວ່າ:

ວຽກງານການສຶກສາເປັນວຽກງານໜຶ່ງ ທີ່ມີຄວາມສໍາຄັນ ເພາະການສ້າງຊັບພະຍາກອນມະນຸດ ເຮົາຕ້ອງໄດ້ສ້າງແຕ່ຍັງນ້ອຍ. ສະນັ້ນ, ຊັບພະຍາກອນຄູຈຶ່ງ ມີຄວາມສໍາຄັນຫລາຍ. ແຕ່ແນວໃດກໍດີ ໃນສະພາບການຕົວຈິງ ແຂວງຈໍາປາສັກ ຍັງພົບບັນຫາການຂາດຄູ ຈໍານວນຫລາຍ

ເນື່ອງຈາກແຕ່ລະປີ ມີຄູຫລາຍຄົນອອກບໍານານ, ອີກຈໍນວນໜຶ່ງ ກໍແມ່ນຄູອາສາ ທີ່ເຮັດວຽກມາຫລາຍປີ ແຕ່ຍັງບໍ່ໄດ້ລັດຖະກອນ ຈຶ່ງອອກໄປປະກອບອາຊີບອື່ນ ເພື່ອລ້ຽງຊີບຈຶ່ງເຮັດໃຫ້ ຫລາຍໂຮງຮຽນ ຂາດຄູສອນຈົນໄດ້ຍຸບ ໂຮງຮຽນໄປແລ້ວ 21 ແຫ່ງ.

ສະນັ້ນ, ຈຶ່ງສະເໜີໃຫ້ລັດຖະບານ ເບິ່ງຄືນໂກຕາພະນັກງານຄູ ໃນແຕ່ລະປີໃຫ້ຫລາຍຂຶ້ນຕື່ມ ແລະ ໃຫ້ທົ່ວເຖິງ ບັນດາ ແຂວງຕ່າງໆ ໂດຍສະເພາະເມືອງທີ່ຢູ່ຫ່າງໄກສອກຫລີກ.

ທີ່ມາຈາກ: ຂປລ

Leave a Reply

Your email address will not be published. Required fields are marked *

You cannot copy content of this page