ນັກຂ່າວໄທຖືກປະທານຊ່ອງໂທລະພາບລົງໂທດແລ້ວຫຼັງໃຊ້ຄຳບໍ່ເໝາະສົມຕໍ່ນາຍົກ ສປປລາວ
ນັກຂ່າວໄທ ຖືກຕັດສິດຫ້າມເກັບກຳຂໍ້ມູນຂ່າວເປັນເວລາ 3 ເດືອນ ຫຼັງໃຊ້ຄຳທີ່ບໍ່ເໝາະສົມຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຫາກລະເມີດອີກຈະຖືກໄລ່ອອກຖາວອນ.
ປະເດັນເລື່ອງນັກຂ່າວໄທ 2 ຄົນ ໄດ້ທັກທ້ວງ ທ່ານ ນາຍົກລັດຖະມົນຕີ ແຫ່ງປະເທດລາວ

ເຊິ່ງຖືເປັນການທັກທ້ວງທີ່ບໍ່ເໝາະສົມ ເຮັດໃຫ້ປວງຊົນຄົນລາວທົ່ວປະເທດເກີດຄວາມບໍ່ພໍໃຈ ຈຶ່ງໄດ້ເກີດມີສຽງວິພາກວິຈານເກີດຂຶ້ນ, ຫຼ້າສຸດນັກຂ່າວໄທທັງ 2 ຄົນ ໄດ້ຖືກປະທານຊ່ອງໂທລະພາບທີ່ຕົນສັງກັດຢູ່ລົງໂທດ

ໂດຍການຕັດສິດ ບໍ່ໃຫ້ເປັນຜູ້ລົງເກັບກໍາຂໍ້າມູນເປັນເວລາ 3 ເດືອນ ແຕ່ຍັງສາມາດອ່ານຂ່າວທີ່ທີມງານຫາມາໄດ້ ໂດຍຈະບໍ່ສາມາດເພີ່ມຕື່ມຄໍາເວົ້າທີ່ນອກເໜືອຈາກບົດລາຍງານຂ່າວ.
ນອກນັ້ນຍັງໄດ້ຖືກຕັດເງິນເດືອນຂອງ 3 ເດືອນ 15%, ຫາກຍັງລະເມີດອີກແມ່ນຈະຖືກໄລ່ອອກຖາວອນ.
ທີ່ມາ: Target Magazine