ກໍາລັງເປັນກະແສ! ອຸບັດຕິເຫດ ຫຼືແນວໃດ ເຫດໃນການແຂ່ງຂັນກິລາລົດຖີບທີ່ຊຽງຂວາງເກມ

ຈາກກໍລະນີ ເກີດອຸບັດຕິເຫດໃນການແຂ່ງຂັນກິລາລົດຖີບທີ່ຊຽງຂວາງເກມ.

ວັນທີ 19 ທັນວາ 2022 ໃນລະຫວ່າງການແຂ່ງຂັນກິລາລົດຖີບຊຽງຂວາງເກມ ໂດຍມີນະຄອນຫຼວງ ແລະ ຄຳມ່ວນ ທີ່ໄດ້ໃກ້ເຂົ້າເສັ້ນໄຊ ແຕ່ເກີດອຸບັດຕິເຫດ ລົດຖີບເກາະກັນຈົນລົ້ມກ່ອນ ຫຼັງຈາກນັ້ນນັກກິລາຈາກນະຄອນຫຼວງກໍໄດ້ພະຍູງໂຕຂຶ້ນ ແລ້ວຈູງເອົາລົດຖີບເຂົ້າເສັ້ນໄຊໃນທີ່ສຸດ.

ຈາກອຸບັດຕິເຫດດັ່ງກ່າວ ບັນດາສັງຄົມອອນລາຍໄດ້ຕັ້ງຂໍ້ສັງເກດວ່າ ໃນຂະນະທີ່ລົດຖີບທັງ 2 ໄດ້ລົ້ມ ແຕ່ມີບຸກຄົນໜຶ່ງໄດ້ເຂົ້າມາຫ້າມບໍ່ໃຫ້ຊ່ວຍຕົວແທນນັກກິລາຈາກແຂວງຄຳມ່ວນ ເຊິ່ງເຮັດໃຫ້ຕົວແທນນັກກິລາຈາກນະຄອນຫຼວງໄດ້ຈູງເອົາລົດຖີບເຂົ້າເສັ້ນໄຊໄດ້.

ແລະບັນດາສັງຄົມອອນລາຍ ຍັງສົງໄສຕື່ມອີກວ່າ “ນີ້ເປັນອຸບັດຕິເຫດ ຫຼື ຄວາມຕັ້ງໃຈ”?

….

ທີ່ມາ : ລາວໂພສ
ພາບ: Lao Sports Media

Leave a Reply

Your email address will not be published. Required fields are marked *

You cannot copy content of this page