ສຸດຍອດ! ຈີນສຳເລັດປູກເຂົ້າໃນອາວະກາດ

ສຸດຍອດ! ຈີນສຳເລັດປູກເຂົ້າໃນອາວະກາດ

ສຸດຍອດ ສປ ຈີນ ! ຕາມທີ່ຮູ້ກັນແລ້ວວ່າ ເຂົ້າ ສ່ວນຫຼາຍແມ່ນປູກໃນທົ່ງນາ. ແຕ່ມີນັກວິໄຈຜູ້ທີ່ພະຍາຍາມທົດສອບການຈະເລີນເຕີບໂຕ ການປູກເຂົ້າຢູ່ເທິງ ອາວະກາດ !!!ເມື່ອບໍ່ດົນມານີ້ ທີມນັກບິນອາວະກາດຂອງຈີນທີ່ເຮັດວຽກຢູ່ຫ້ອງທົດລອງອາວະກາດເວິນທຽນ (Wentian) ເຊິ່ງໂມດູນຂອງສະຖານີ (Tiangong) ຂອງຈີນໄດ້ເປີດເຜີຍວ່າ

ພວກເຂົາໄດ້ປູກເຂົ້າໃນສະພາວະໄຮ້ນ້ຳໜັກ, ໂດຍທົ່ວໄປແລ້ວເຂົ້າຈະເຕີບໂຕປະມານ 1 ແມັດໃນຊ່ວງເວລາ 4 ເດືອນ ແຕ່ຕົ້ນເຂົ້າທີ່ປູກຢູ່ເທິງເວິນທຽນ ຍັງບໍ່ສາມາດເຕີບໂຕໄດ້ຢ່າງເຕັມທີ່ນັບຕັ້ງແຕ່ການທົດລອງໄດ້ເລີ່ມຕົ້ນໃນເດືອນກໍລະກົດ ແລະ ທີ່ຈິງແລ້ວມີ 2 ຊະນິດທີ່ນຳໄປການທົດລອງ ທີມງານພົບວ່າໃນບັນດາຍອດທີ່ສູງທີ່ສຸດ

ພວກມັນເຕີບໃຫຍ່ເກືອບ 30 ຊັງຕີແມັດໃນເດືອນທໍາອິດຂອງການເຕີບໂຕ ລະດັບຄວາມສູງຂອງຕົ້ນເຕ້ຍແມ່ນສູງປະມານ 5 ຊັງຕີແມັດ ເຊິ່ງປະລິມານການຂະຫຍາຍຕົວຂອງທັງ 2 ຊະນິດນີ້ແມ່ນທຽບເທົ່າກັບເຂົ້າທີ່ປູກຢູ່ເທິງໂລກ ແນວໃດກໍ່ຕາມເຂົ້າບໍ່ແມ່ນເລື່ອງດຽວໃນການທົດລອງ ນັກອາວະກາດຈີນໄດ້ປູກຕົ້ນດອກກຸຫຼາບ (Ara bidopsis thaliana) ເຊິ່ງເປັນພືດອອກດອກທົ່ວໄປທີ່ມັກໃຊ້ເພື່ອສຶກສາການປ່ຽນພັນທຸກໍາ.

ນີ້ບໍ່ແມ່ນເທື່ອທຳອິດທີ່ມີການປູກເຂົ້າໃນອາວະກາດຢ່າງສຳເລັດຜົນ. ໃນປີ 2016 ນັກສຶກສາອິນໂດເນເຊຍໄດ້ທົດລອງຜົນກະທົບຂອງການປູກເຂົ້າໃນສະພາວະໄຮ້ນ້ຳໜັກ ຢູ່ສະຖານີອະວະກາດມາແລ້ວ ສ່ວນການປູກເຂົ້າຂອງນັກອາວະກາດຈີນ ຝ່າຍຈີນຫວັງວ່າຈະເກັບແນວພັນເຂົ້າທີ່ປູກຢູ່ໃນຫ້ອງທົດລອງອາວະກາດຂອງພວກເຂົາ. ກັບຄືນສູ່ໂລກເພື່ອສຶກສາວ່າມີຄວາມແຕກຕ່າງຢ່າງມີວິໃນສຳຄັນໃນສະພາວະໄຮ້ນ້ຳໜັກຫຼືບໍ່.

ທີ່ມາຈາກ: Lao Youth

Leave a Reply

Your email address will not be published. Required fields are marked *

You cannot copy content of this page