ປະທານສະຫະພັນລົດຖີບຊີ້ແຈງປະເດັນດຣາມ່າ ພ້ອມສະຫຼະສິດຫຼຽນຄຳແລະລາອອກ
ກ່ອນອື່ນຂ້າພະເຈົ້າຂໍຊີ້ແຈງ ແລະ ໄຂຂໍ້ຂ້ອງໃຈ ເລື່ອງ drama ທີ່ເປັນປະເດັນໃນງານ ຊຽງຂວາງເກມ ຄັ້ງທີ 11 ເລື່ອງມີຢູ່ວ່າ ການແຂ່ງຂັນລົດຖີບ ເພດຍິງລຸ້ນບຸກຄົນຍິງ ລົດກ໋ວກ ລຸ້ນ 80 ກິໂລແມັດ ໄດ້ມີການແຂ່ງຊິງເຂົ້າເສັ້ນໄຊລະຫວ່າງຄຳມ່ວນແລະນະຄອນຫລວງ ໃນວິດີໂອຂ້າພະເຈົ້າໄດ້ຖາມຊ່ຽວຊານກຳມະການ UCi ຫນື່ງດຽວຂອງລາວ ຊື່ Villy

ພວກເຮົາໄດ້ຕັ້ງຂໍ້ສັງເກດດັ່ງນີ້
1. ເວລາ spin ເຂົ້າເສັ້ນໄຊ ຖ້າໃຫ້ທຸກຄົນ ເບິ່ງວິດີໂອຄືນສາມຮອບ ຂໍໃຫ້ທ່ານສັງເກດເບິ່ງໄຫລ່ຂອງນັກກິລາລົດຖີບຄຳມ່ວນ ເສື້ອເຫລືອງຕາມວິດີໂອ ໄດ້ ເບັດມາໃສ່ນະຄອນຫລວງ ເຊັ່ສດຽວກັນ ພາໃຫ້ເກີດອຸບັດເຫດ ເຊິ່ງມັນກໍເປັນເຫດສຸດວິໃສ ເຊິ່ງບໍ່ມີໃຜຢາກໃຫ້ເກີດ ບໍ່ແມ່ນເຈດຕະນາຂອງນັກກິລາຢາກໃຫ້ລົ້ມ.

2.ອີງໃສ່ກາຕິການການແຂ່ງຂັນລົງວັນທີ 20 ພະຈິກ 2022 ມາດຕາ 01 ຂໍ້ 01.2 ໄດ້ລະບຸໄວ້ວ່າ ການແຂ່ງຂັນແມ່ນອີງໃສ່ກົດລະບຽບຂອງ UCI ວາງອອກ.(ໄດ້ຕິດຂັດເອກະສານມາພ້ອມນີ້
3.ອີງໃສ່ຂໍ້ 4.5 ຂອງກົດລະບຽບຂອງ uci ໄດ້ລະບຸໄວ້ວ່າ ຜູ້ຂັບຂີ່ຕ້ອງເຂົ້າເສັ້ນໄຊດ້ວຍຕົນເອງ ຫ້າມບໍໃຫ້ມີການຊ່ວຍເຫລືອໃດໃດຈາກບຸກຄົນອື່ນ[ໄດ້ຕິດຂັດເອກະສານມາພ້ອມນີ້]
ພາກສັງເກດຕີລາຄາຕາມກຳມະການ uci ແຕ່ກຳມະການຊຽງຂວາງບໍຮັບຮອງຄື
1.ການspin ເຂົ້າເສັ້ນໄຊ ແມ່ນ ອຸບັດຕິເຫດ ບໍແມ່ນເຈດຕະນາ ໂດຍສັງເກດໄຫລ່ຂອງຄຳມ່ວນເອງ ກໍເບັດເຂົ້າມາຫານະຄອນຫລວງເຊັ່ນດຽວກັນ ຖ້າຫາກວ່າຈັບຟາວ ນະຄອນຫລວງຜູ້ທີ່ 1 ຄຳມ່ວນກໍ່ຖືກຕັດຟາວເຊັ່ນດຽວກັນ ຕາມກົດ uci ຂໍ້ 4.5
2.ຖ້າເຫດເປັນອຸບັດຕິເຫດແທ້ ຂໍ້ສະຫລຸບ ແມ່ນ ນ້ອງຕຸກຕາ ຈາກນະຄອນຫລວງຕ້ອງໄດ້ທີ່ 1 ນ້ອງຫນູນາ ຕ້ອງໄດ້ທີ 2 ສ່ວນຖືກ3 ຄຳມ່ວນຕ້ອງຖືກຕັດຟາວເນື່ອງຈາກມີບຸກຄົນທີ3 ອຸ້ມເຂົ້າເສັ້ນໄຊຕາມກະຕິກາ
3. ຖ້າເອົາຟາວທັງສອງຈາກກົດ uci ແມ່ນນ້ອງຫນູນາ ນະຄອນຫລວງ ຕ້ອງໄດ້ທີ 1 ແຂວງບໍ່ແກ້ວຕ້ອງໄດ້ທີສອງ ແລະ ແຂວງວຽງຈັນທີ 3
ແຕ່ກຳມະການພັດຕັດສິນ ໃຫ້ຄຳມ່ວນ ແລະ ນະຄອນຫລວງ ແຂ່ງກັນໃຫມ່ 4.000ແມັດ ອ້າງວ່າເຫັນໃຈຄຳມ່ວນ ແລະ ຖືກບັງຄັບຈາກກຳມະການເຕັກນິກໃຫ້ຍອມຮັບຄຳຕັດສິນດັ່ງກ່າວ
– ສຳລັບຂ້າພະເຈົ້າເອງ ໃນນາມປະທານສະຫະພັນລົດຖີບນະຄອນຫລວງ ທີ່ນຳພານັກກິລາ ມາເເຂ່ງຂັນ ກໍຮູ້ສືກເສຍໃຈກັບການຕັດສິນໃຈດັ່ງກ່າວ ເຫັນວ່າບໍສອດຄ່ອງຕາມກົດລະບຽບ
ເພື່ອສ້າງຄວາມສຸກໃຫ້ປະຊາຊົນແຂວງຄຳມ່ວນ ກໍ່ຄືປະຊາຊົນລາວ ຍາມໃດກໍມີຄວາມສາມັກຄີ ຮັກຫໍ່ກັນແຕ່ດືກດຳບັນ ເພື່ອໃຫ້ສ້າງຄວາມແຕກແຍກທາງສອງຝ່າຍ ທາງສະຫະພັນລົດຖີບນະຄອນຫລວງ ຈິ່ງໄດ້ຕັດສິນໃຈບໍ່ຂໍເຂົ້າແຂ່ງຂັນ 4000ແມັດ ຕາມການຕັດສິນໃຈຂອງຄະນະກຳມະການຊຽງຂວາງເກມ ຫມາຍຄວາມວ່າຈະມອບຫລຽນຄຳ ໃຫ້ຄຳມ່ວນເລີຍ ເພື່ອໃຫ້ ທຸກຄົນມີຄວາມສຸກ ແລະ ບໍມີຄວາມແຕກແຍກກັນ
ເອກະສານຫລັກຖານ ແມ່ນຢູ່ກ້ອງຄອມເມັ້ນ ໄຫ້ໄປອ່ານເອົາ
ສ່ວນໂຕ ຂ້າພະເຈົ້າ ຂໍລາອອກຈາກຮອງປະທານສະຫະພັນລົດຖີບ ແຫ່ງຊາດ ແລະ ປະທານສະຫະພັນລົດຖີບນະຄອນຫລວງ ທີ່ນຳພານັກກິລາມາບໍໄດ້ຕາມເປົ້າຫມາຍ ປ່ອຍໂອກາດໃຫ້ຄົນອື່ນ ທີ່ດີກ່ອນມາພັດທະນາການກິລາຂອງປະເທດລາວ ຮຽນມາດ້ວຍຄວາມນັບຖືເປັນຢ່າງສູງ