ລັກຊັບພົນລະເມືອງໄປບໍ່ລອດຖືກເຈົ້າໜ້າທີ່ຕໍາຫຼວດຈັບມາດໍາເນີນຄະດີ.

ລັກຊັບພົນລະເມືອງໄປບໍ່ລອດຖືກເຈົ້າໜ້າທີ່ຕໍາຫຼວດຈັບມາດໍາເນີນຄະດີ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 16 ທັນວາ 2022 ທີ່ຜ່ານມາ ສາມາດກັກຕົວຜູ້ຖືກຫາທີ່ກະທໍາຜິດ ໃນຂໍ້ຫາລັກຊັບພົນລະເມືອງໄດ້ 01 ຄົນ ຄື: ທ້າວ ຈິດຕະກອນ ໂສລັດຕະນະວົງ ອາຍຸ 23 ປີ,

ປະຊາຊົນ ບ້ານໂພນໄຊ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ມາສືບສວນ-ສອບສວນ ເຊີ່ງຜູ້ຖືກຫາໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນໄລຍະຜ່ານມາຜູ້ກ່ຽວແມ່ນເຄື່ອນໄຫວລັກຊັບມາແລ້ວ ຈໍານວນ 4 ຄັ້ງ ແລະ ແຕ່ລະຄັ້ງທີ່ຈະລົງມືແມ່ນໄດ້ຕິດຕາມການເຄື່ອນໄຫວຂອງເປົ້າໝາຍ ເປັນເວລາ 01 ວັນ.

ຄັ້ງທີ 1 ແລະ ຄັ້ງທີ 2 ໃນໄລຍະກາງປີ 2022 ແມ່ນໄດ້ກໍ່ເຫດລັກຊັບຢູ່ຮ້ານຂາຍເຄື່ອງປະດັບ, ຮ້ານຊື້-ຂາຍ ເງິນ-ຄໍາ ພາຍໃນຕະຫຼາດແສນອຸດົມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໂດຍໃຊ້ຄີມ ແລະ ໄຂຄວງ ເຈາະເພດານແລ້ວປີນຂື້ນຕາມໂຄງເຫຼັກ ແລ້ວລົງສູ່ຮ້ານ ໄດ້ເອົາສາຍຄໍຄໍາ ປະມານ 30 ກວ່າເສັ້ນ, ສາຍແຂນຄໍາ 8 ເສັ້ນ, ແຫວນສີເຫຼືອງ 15 ວົງ, ປອກຂາຄໍາ 1 ເສັ້ນ, ສາຍແຂນເງິນ ປະມານ 3 ເສັ້ນ ແລະ ເງິນສົດ 2.900.000 ກີບ.

02 ວັນຕໍ່ມາ ໄດ້ນໍາເອົາວັດຖຸທີ່ລັກໄປນັ້ນ ໄປຂາຍຢູ່ຮ້ານຂາຍຄໍາ ແຫ່ງໜື່ງໃນ ນະຄອນຫຼວງວຽງຈັນ ໄດ້ເງິນຈໍານວນ 28.000.000 ກີບ, ແລະ ວັດຖຸຈໍານວນໜື່ງ ແມ່ນເປັນຂອງປອມຈີ່ງບໍ່ໄດ້ຂາຍ, ແລະ ເງິນຈໍານວນດັ່ງກ່າວແມ່ນໃຊ້ຈ່າຍຈົນໝົດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page