ນະຄອນຫຼວງວຽງຈັນ ຈະກໍານົດເອົານົກຍຸງເປັນສັດນໍາໂຊກງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII
ນະຄອນຫຼວງວຽງຈັນ ຈະນໍາໃຊ້ນັກສະແດງຫລາຍ 100 ກວ່າຄົນ ເພື່ອສະແດງສິລະປະໃນໂອກາດຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ເບື້ອງຕົ້ນກໍານົດວ່າຈະເລືອກເອົາປະຕູໄຊເປັນສັນຍາລັກ ແລະ ຈະເລືອກເອົານົກຍຸງເປັນສັດນໍາໂຊກ.

ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິ ການ ແລະ ກິລານະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະຄອນຫຼວງວຽງຈັນ ໄດ້ກະກຽມ ແລະ ເຝິກຊ້ອມການສະແດງສິລະປະເພື່ອສະແດງໃນໂອກາດຮັບທຸງກິລາແຫ່ງ ຊາດຕໍ່ຈາກແຂວງຊຽງຂວາງ ມາໄດ້ໄລຍະໜຶ່ງ ເຮັດໃຫ້ມາ ຮອດປັດຈຸບັນມີຄວາມແລ້ວ ໂດຍໄດ້ກະກຽມບົດຟ້ອນ ດົນຕີ ແລະ ເພັງຮ້ອງ ເຊິ່ງລັກສະນະການສະແດງໄດ້ນໍາເອົາຜາສາດເຜິ້ງນໍາໜ້າ
ເພື່ອໃຫ້ເຫັນວ່າບຸນທາດຫຼວງໃນແຕ່ລະປີມີການແຫ່ຜາສາດເຜິ້ງ, ເຊີ່ງເປັນການຖວາຍບຸນກຸສົນໃຫ້ແກ່ພະພຸດ ພະທໍາ ພະສົງ ກໍຄື ການປັກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາວນະຄອນຫຼວງວຽງ ຈັນ ກໍຄື ຂອງຊາດທີ່ມີມາແຕ່ດົນນານ, ຫຼັງຈາກນັ້ນ ຈະມີການສະແດງກາຍະສິນ, ເຕັ້ນ ແລະ ມີບົດເພັງປະກອບໃຫ້ຊື່ວ່າ
ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ ເຊິ່ງເປັນການສະແດງໃຫ້ເຫັນວ່າຊາວນະຄອນຫລວງວຽງຈັນ ຍິນດີຕ້ອນຮັບບັນດານັກກິລາ, ເພື່ອນມິດຈາກທົ່ວປະເທດ ກໍຄືປະເທດອ້ອມຂ້າງ ເພື່ອມາຮ່ວມງານມະຫະກໍາກິລາແຫ່ງ ຊາດ ຄັ້ງທີ XII, ເຊີ່ງຄະນະນັກສະແດງຂອງນະຄອນ ຫຼວງວຽງຈັນ ໄດ້ເດີນທາງມາເຖີງແຂວງຊຽງຂວາງ ໃນວັນທີ 19 ທັນວານີ້.
ທ່ານ ສົມພອນ ສອນດາລາ ໃຫ້ຮູ້ຕື່ມວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ ເບື້ອງຕົ້ນຄາດວ່າຈະຈັດຂຶ້ນໃນປີ 2025 ໂດຍຈະເລືອກເອົາປະຕູໄຊເປັນສັນຍາລັກ, ເຊີ່ງປະຕູໄຊໝາຍເຖີງໄຊຊະນະ ແລະ ການແຂ່ງຂັນກິລາແຕ່ລະປະເພດຕ້ອງມີໄຊຊະນະ.
ນອກຈາກນີ້ ຈະເລືອກເອົານົກຍຸງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ, ສັດດັ່ງກ່າວຍັງມີຢູ່ບ້ານນາຄັນທຸງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ລູກຫຼານ ກໍຄື ຄົນລຸ້ນຫຼັງໄດ້ເຫັນ ແລະ ຮັບຮູ້ເຖີງຄວາມເປັນມາຂອງນົກຍຸງຢູ່ນະຄອນຫຼວງວຽງຈັນ.
ຢ່າງໃດກໍຕາມ, ນັບແຕ່ມື້ຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເປັນຕົ້ນໄປ,
ນະຄອນຫຼວງວຽງຈັນ ຈະຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ລວມທັງສະຫະພັນກິລາແຕ່ລະປະເພດໃນການກະກຽມຄວາມພ້ອມດ້ານຕ່າງໆ ຢ່າງຮອບດ້ານ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານມະຫະກໍາກິລາ ຄັ້ງທີ XII ປະສົບຜົນສໍາເລັດຕາມທີ່ຄາດໝາຍໄວ້.
ແຫຼ່ງຂ່າວ Lao National Radio