ຈັບໄດ້ແລ້ວ! ໂສມໜ້າຍິງສາວຊາວລາວ

ຈັບໄດ້ແລ້ວ! ຍິງສາວຊາວລາວທີ່ພົວພັນການຂົນສົ່ງຢາເສບຕິດ 4ລ້ານເມັດ

ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ ພົວພັນ ຢາເສບຕິດໃນລົດຂົນສົ່ງນໍ້າ ມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງ ຄາຍ ວັນທີ 23 ພະຈິກ 2022 ພັອ ສາລີ ພຸດທະວົງ ຫົວໜ້າກົມຕຳຫຼວດສະກັດກັ້ນແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ

ປກສ ຖະແຫຼງ ວັນທີ 19 ທັນວາ 2022 ນີ້ວ່າ: ກ່ຽວກັບເຫດການເຈົ້າໜ້າທີ່ໄທ ສາມາດຈັບການ ຂົນສົ່ງຢາເສບຕິດ ປະເພດຢາບ້າຈຳນວນ: 3.860.000 ເມັດ, ໄອສ໌ ຈຳນວນ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ໃນລົດສະແຕັກຂົນສົ່ງນໍ້າມັນ ທີ່ດ່ານຂົວມິດຕະພາບລາວ-ໄທ ແຂວງໜອງຄາຍ ປະເທດໄທໃນຄັ້ງວັນ 23 ພະຈິກ 2022 ຜ່ານມາ

ແລະ ວັນທີ 24 ພະຈິກ 2022 ເຈົ້າໜ້າທີ່ຕຳຫຼວດໄດ້ ຮັບຂໍ້ມູນ ແລະ ປະສານງານກັບເຈົ້າໜ້າທີ່ໄທມີ ເປົ້າໝາຍທີ່ເປັນຄົນລາວມີສ່ວນພົວພັນກັບການ ຂົນສົ່ງຢາເສບຕິດໃນຄັ້ງນີ້; ຕໍ່ກັບເຫດການດັ່ງກ່າວ ກະຊວງ ປກສ ແລະ ກໍຄືກົມໃຫຍ່ຕຳຫຼວດກໍໄດ້ ແຕ່ງຕັ້ງໃຫ້ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດລົງພິສູດໄລ່ຊອກ-ໄລ່ຈັບເປົ້າໝາຍໂດຍມີການ
ປະສານສົມທົບກັບກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ,

ຮອດວັນທີ 30 ພະຈິກ 2022 ຈຶ່ງສາມາດຈັບຕົວ ບຸກຄົນທີ່ມີສ່ວນພົວພັນກັບການຂົນສົ່ງຢາເສບຕິດດັ່ງ ກ່າວຈຳນວນ 2 ຄົນ ຄື: ນາງໜູແດງ ຫຼື ວັນ, ອາຍຸ 29 ປີ, ເຮັດນາຢູ່ບ້ານຄູນມະນີ ເມືອງຄູນຄຳ ແຂວງຄຳ ມ່ວນ ແລະ ນາງດອນ, ອາຍຸ 45 ປີ, ຄ້າຂາຍ, ຢູ່ບ້ານ ຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ມາດຳເນີນຄະດີ ຕາມກົດໝາຍຂອງ ສປປ ລາວ.

ຜ່ານການສືບສວນ-ສອບສວນທັງສອງຄົນກໍໄດ້ຮັບ ສາລະພາບວ່າ: ໄດ້ມີການພົວພັນກັບການຂົນສົ່ງຢາ ເສບຕິດໃນຄັ້ງນີ້ກັບ ທ້າວ ປຣະສິດ ປັນພູມີ ( ຄົນໄທ ) ທີ່ຂັບລົດສະແຕັກຂົນສົ່ງນຳ້ມັນ ຊຸກເຊື່ອງຢາເສບຕິດ ທີ່ຖືກເຈົ້າໜ້າທີ່ໄທຈັບຕົວໃນວັນທີ 23 ພະຈິກ 2022 ນັ້ນແທ້ ແລະ ພວກກ່ຽວທັງສອງຍັງໃຫ້ການອີກວ່າ: ເລີ່ມແຕ່ປີ 2019 ເປັນຕົ້ນມາແມ່ນເຄີຍຕິດຕໍ່ພົວພັນ ກັບການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຄັນຊາ ກັບ ທ້າວ ປຣະສິດ ປັນພູມີ ມາແລ້ວ 7 ຄັ້ງ ລວມທັງ ຄັ້ງນີ້.

ໃນແຕ່ລະຄັ້ງແມ່ນ ນາງ ດອນ ເປັນຜູ້ຕິດຕໍ່ຫາ ນາງ ໜູ ແດງ ແລ້ວ ນາງ ໜູແດງ ກໍຕິດຕໍ່ຫາທ້າວ ປຣາສິດ ປັນ ພູມີ ໃນເວລາຜູ້ກ່ຽວມາສົ່ງນໍ້າມັນຢູ່ ສປປ ລາວ ແລ້ວ ຈະກັບປະເທດໄທ ແລ້ວກໍໄດ້ນັດໝາຍຈຸດສົ່ງຢາ ເສບຕິດ, ຈາກນັ້ນ ນາງດອນ ກໍຈະບອກໃຫ້ຄົນເອົາຢາ ເສບຕິດມາສົ່ງໃຫ້ບ່ອນຈຸດນັດໝາຍ, ຈາກນັ້ນ ນາງ ດອນ ກໍຈ່າຍເງິນຄ່າຂົນສົ່ງໃຫ້ ທ້າວປຣະສິດ ປັນພູມີ (ຄັ້ງລະ 40.000 ບາດ ຫາ 100.000 ບາດ ) ແລ້ວ ທ້າວປຣະສິດ ປັນພູມີ ກໍຈະຈ່າຍໃຫ້ນາງໜູແດງຕາມ ການຕົກລົງກັນໄວ້.

ຄະດີດັ່ງກ່າວ ເຈົ້າໜ້າທີ່ພວກເຮົາກໍາລັງສືບຕໍ່ດໍາເນີນ ການສືບສວນ-ສອບສວນເກັບກໍາຂໍ້ມູນ, ຫຼັກຖານໃຫ້ ຄົບຖ້ວນ ແລະ ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນ ກັບການຄ້າຂາຍ, ຂົນສົ່ງຢາເສບຕິດ ເພື່ອນຳຕົວມາ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page