ສປປ ລາວ ຖືກຈັດອັນດັບ 1 ໃນ 8 ປະເທດ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ

ສປປ ລາວ ຖືກຈັດອັນດັບ 1 ໃນ 8 ປະເທດ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ.

ຂ່າວດີ ! ສປປ ລາວຕິດ Top 8 ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງ ຂອງໂລກ, ຊຶ່ງຈັດໂດຍ Travel Off Path ທີ່ເປັນແພລັດຟອມທາງດ້ານການທ່ອງທ່ຽວທີ່ມີຊື່ສຽງຂອງໂລກ ໄດ້ຈັດ ສປປ ລາວ ເປັນໜຶ່ງໃນ 8 ປະເທດ ທີ່ມີຈຸດໝາຍປາຍທາງການທ່ອງທ່ຽວລາຄາບໍ່ແພງໃນ ປີ 2023 ໂດຍລວມມີ:

ສປປ ລາວ, ໄທ, ກໍາປູເຈຍ, Albania, Bulgaria, Georgia, Türkiye, ແລະ Argentina.
ເຫດຜົນ ທີ່ລາວຕິດໃນອັນດັບ Top 8 ແມ່ນຍ້ອນ ສປປ ລາວ ເປັນສູນກາງຂອງຂົງເຂດທີ່ສາມາດສໍາພັດໄດ້ ປະສົບການທາງທໍາມະຊາດ, ມີແມ່ນໍ້າຂອງໄຫຼຜ່ານ, ມີພູຜາທີ່ມີທິວທັດສວຍງາມ,

ຊຶ່ງເປັນຕົວດຶງດູດນັກທ່ອງທ່ຽວພະຈົນໄພຈາກທົ່ວໂລກ ທີ່ມີຄວາມຝັນຢາກພັກຜ່ອນກັບທຳມະຊາດທີ່ຍັງບໍ່ທັນຖືກທໍາລາຍຫຼາຍ ຈາກການທ່ອງທ່ຽວ.

ສຳລັບລາຄາອາຫານ 1 ຄົນ ຢູ່ທີ່ຮ້ານອາຫານບໍ່ແພງຫຼາຍ ຢູ່ລາວມີລາຄາປະມານ 2.72 ໂດລາສະຫະລັດ, ຊຶ່ງຖືວ່າບໍ່ແພງສໍາຫຼັບນັກທ່ອງທ່ຽວຕ່າງປະເທດ ທີ່ມີລາຍໄດ້ສະເລ່ຍຕໍ່ເດືອນ ຢູ່ທີ່ 3.470 ໂດລາສະຫະລັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page