ຟິນແລນເລີ່ມຮ້ອນຮົນຫຼັງລັດເຊຍບີບຮັດດ້ານເສດຖະກິດແລະການທະຫານ

ຟິນແລນເລີ່ມຮ້ອນຮົນຫຼັງລັດເຊຍບີບຮັດດ້ານເສດຖະກິດແລະການທະຫານ

ຟິນແລນ ເລີ່ມຮ້ອນຮົນຫົນຫວຍ ຫຼັງຣັສເຊຍບີບຮັດທາງດ້ານເສດຖະກິດ ແລະການທະຫານ ເຮັດໃຫ້ຟິນແລນດ໌ ທີ່ເຄີຍສະຫງົບ ຊາວເມືອງເຄີຍດຳລົງຊີວິດຢ່າງຜາສຸກ ບັດນີ້ຮ້ອນຮົນອົນທະການ ແຕກຕື່ນຢ້ານກົວ

ບໍ່ອຸ່ນອ່ຽງ ມີການກວດຊື້ອາຫານ ແລະພະລັງງານມາກັກຕຸ້ນໄວ້ ເຮັດໃຫ້ລາຄາສິນຄ້າຖີບຕົວຂຶ້ນທັນທີ 10-20% ນ້ຳມັນແພງຂຶ້ນ ກ໊າຊແພງຂຶ້ນ ພາກອຸດສາຫະກຳ ແລະບໍລິການກຽມປິດກິດຈະການ ນັກທ່ອງທ່ຽວຂາດຫາຍ ຊາຍແດນເຄັ່ງຕຶງ ລັດຖະບານສັ່ງລະດົມພົນ ຈາກຊາຍສະກັນ 18 ຫາ 60 ປີ ໃຫ້ໄດ້ 1 ແສນຄົນ ແລະກຽມປະກາດພາວະສຸກເສີນ 30 ວັນ..

ປູຕິນ ຜູ້ນຳຣັສເຊຍ ບອກວ່າ ການເຂົ້າຮ່ວມນາໂຕ ເປັນຄວາມຜິດພາດມະຫັນຂອງຟິນແລນດ໌ ເພາະຜ່ານມາປະເທດນີ້ບໍ່ເຄີຍມີໄພຄຸກຄາມ ຣັສເຊຍບໍ່ເຄີຍຄຸກຄາມຟິນແລນດ໌ ນອກຈາກການຮ່ວມມືພັດທະນາເສດຖະກິດສັງຄົມໃຫ້ກ້າວໜ້າ.. ແຕ່ຟິນແລນດ໌ ເລືອກທີ່ຈະເອົາຕົວເອງໄປເປັນແນວໜ້າໃຫ້ນາໂຕ..

ດ້ານເຊີເກ ລາຟຣອຟ ລມຕ ການຕ່າງປະເທດຣັສເຊຍ ກໍບອກວ່າ ຣັສເຊຍ ເຖິງຈະບໍ່ມີແຜນເຮັດສົງຄາມກັບຟິນແລນດ໌ ແຕ່ຈະຕອບໂຕ້ໃນທາງເທັກນິກໃຫ້ໜັກໜ່ວງເທົ່າທີ່ຈຳເປັນ ແລະຈະຈັບຕາໃກ້ຊິດຕໍ່ຄວາມເຄື່ອນໄຫວໃດໆທີ່ເປັນໄພຄຸກຄາມຂອງປະເທດນີ້ ເພື່ອກຳນົດຕອບໂຕ້ຢ່າງບໍ່ລັງເລ..

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page