ຖານທັບອາເມລິກາປະຈຳຍີ່ປຸ່ນເປັນໄພຂົ່ມຂູ່ທີ່ແຝງຊ້ອນຢ່າງແທ້ຈິງ

ຖານທັບອາເມລິກາປະຈຳຍີ່ປຸ່ນເປັນໄພຂົ່ມຂູ່ທີ່ແຝງຊ້ອນຢ່າງແທ້ຈິງ

ສະມາຊິກລັດຖະສະພາຍີປຸ່ນເຫັນວ່າ: ຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນເປັນໄພຂົ່ມຂູ່ທີ່ແຝງຊ້ອນຢ່າງແທ້ຈິງ
ເມືອງໂອກິນາວາ ໄດ້ກວມເນື້ອທີ່ດິນແດນປະເທດຍີ່ປຸ່ນປະມານ 0,6%, ແຕ່ມີຖານທັບອາເມຣິກາຕັ້ງຢູ່ທີ່ນີ້ກວມເນື້ອທີ່ປະມານ 70%.

ໃນຫຼາຍປີມານີ້, ທະຫານອາເມຣິກາທີ່ປະຈຳຢູ່ຍີ່ປຸ່ນໄດ້ຂັບລົດກໍ່ເຫດ, ລົບກວນປະຊາຊົນທ້ອງຖິ່ນ ແລະເກີດເຫດການອື່ນໆເລື້ອຍໆ. ເປັນເວລາດົນນານມາແລ້ວ, ກອງທັບອາເມຣິກາທີ່ປະຈຳຢູ່ຍີ່ປຸ່ນໄດ້ສວຍໃຊ້ສິດພິເສດສ້າງບັນຫາຄວາມບໍ່ສະຫງົບຕ່າງໆຢູ່ເມືອງໂອກິນາວາ ເປັນຕົ້ນຄື:

ກໍ່ອາຊະຍາກຳ, ເຮັດໃຫ້ສິ່ງແວດລ້ອມມີພິດ ແລະມີເຄື່ອງອາໄຫຼ່ຕົກລົງຈາກເຮືອບິນທະຫານ ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບປະຊາຊົນທ້ອງຖິ່ນຢ່າງໜັກໜ່ວງ.

ອາເມຣິກາກ່າວວ່າ: ກອງທັບອາເມຣິກາປະຈຳຢູ່ຍີ່ປຸ່ນ ແມ່ນເພື່ອຮັບປະກັນດ້ານຄວາມໝັ້ນຄົງ, ແຕ່ມີນັກການເມືອງຍີ່ປຸ່ນຊີ້ໃຫ້ເຫັນວ່າ: ຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນເປັນໄພຂົ່ມຂູ່ທີ່ແຝງຊ້ອນຢ່າງແທ້ຈິງ.

ອີງຕາມຕົວເລກສະຖິຕິຂອງອົງການປົກຄອງເມືອງໂອກິນາວາໃຫ້ຮູ້ວ່າ: ນັບມາຮອດທ້າຍປີ 2020, ກອງທັບອາເມຣິກາທີ່ປະຈຳຢູ່ຍີ່ປຸ່ນໂດຍສະເພາະຢູ່ເມືອງໂອກິນາວາໄດ້ເກີດອຸບັດຕິເຫດດ້ານການບິນຫຼາຍກວ່າ 800 ເທື່ອ, ການກະທຳຜິດທາງອາຍາທີ່ກ່ຽວພັນເຖິງທະຫານອາເມຣິກາມີຫຼາຍກວ່າ 6.000 ຄະດີ,

ເກີດເຫດໄຟໄໝ້ຍ້ອນການຊ້ອມຮົບທາງການທະຫານຂອງກອງທັບອາເມຣິກາປະຈຳຢູ່ ຍີ່ປຸ່ນ ໄດ້ເຜົາຜານເນື້ອທີ່ດິນຫຼາຍກວ່າ 39 ກິໂລຕາແມັດ. ອຸບັດຕິເຫດດ້ານຄົມມະນາຄົມທີ່ມີທະຫານໃນກອງທັບອາເມຣິກາປະຈຳຢູ່ຍີ່ປຸ່ນເປັນຜູ້ກະທຳຜິດມີຫຼາຍ ກວ່າ 4000 ຄະດີ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 4.000 ຄົນ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page