ເຈົ້າບາວຫນຸ່ມຫ້າວໆອາຍຸ 26 ປີ ຕັດສິນໃຈແຕ່ງຍິງແກ່ຕາບອດໂດຍບໍ່ຫວງເທວະດາຟ້າແທນ
ວັນທີ 25/4/2018 ຢູ່ໂຮງໝໍ ນະຄອນໄກສອນ(ສະມາຄົມພິການຕາ)ແຂວງສະຫວັນນະເຂດ ໄດ້ຈັດງານແຕ່ງດອງໃຫ້ແກ່ຜູ້ບ່າວອາຍຸ 26 ປີ ກັບສາວພິການສາຍຕາ ອາຍຸ 45 ປີ ນີ້ລະເພີ່ນວ່າບຸບເພສັນນິວາດຮັກແທ້ມີຈິ່ງ

ຍີນດີນຳຄູບ່າວສາວ ນາງ ດຳ+ ທ້າວ ສົມບູນ ເດີ
ເຈົ້າບ່າວບອກວ່າທີ່ແຕ່ງງານກັບແມ່ຍິງຄົນນີ້ຍ້ອນວ່າສົງສານລາວຢາກຊ່ວຍເຫຼຶອລາວເວລາໄປມາຢາກຈູງແຂນຢາກຈັບມືລາວເວລາລາວລຳບາກ ແລະ ຈະຂໍຮັກແມ່ຍີງຕະຫຼອດຊີວິດ

ງານນີ້ໝູ່ຄູ່ທີ່ພິການມາອວຍພອນຢ່າງສົມກຽດພິເສດ ນັກຮ້ອງກະພິການຕາ ເຫັນແລ້ວນຳ້ຕາຊຶມໃນຄວາມປິຕິຍິນດີນຳທັງສອງ

…

ພາບ ແລະ ຂ່າວ: ນາງ ຈັນສະໝອນ ສີຣິທະສັກ