ຣັດເຊຍສະດຸດ ບຸກຢູເຄຣນບໍ່ເປັນຕາມແຜນ ນາໂຕ້ເຜີຍຢູເຄຣນອາດຊະນະສົງຄາມ

ເລຂານາໂຕ ເປີດເຜີຍ ຢູເຄນອາດຈະຊະສົງຄາມ ຫຼັງຖຶກຮັດເຊຍບຸກໂຈມຕີ

ວັນທີ16ພຶດສະພາ ທ່ານ ເຍນສ໌ ສໂຕລເທນເບິກ ເລຂາທິການອົງການສົນທິສັນຍາ ແອຕແລນຕິກເໜືອ( ນາໂຕ ) ກ່າວເຖິງສະຖານະການສົງຄາມໃນຢູເຄຣນ ທີ່ດໍາເນີນການເກືອບຄົບ 3ເດືອນວ່າຢູ່ເຄຣນ ອາດເປັນຝ່າຍຊະນະ ໃນສົງຄາມ

ໃນຂະນະທີ່ການບຸກຢູເຄຣນຂອງກອງກໍາລັງຣັດເຊຍກໍາລັງບໍ່ເປັນໄປຕາມແຜນ ແລະ ຄວາມພະຍາຍາມທີ່ຈະຍືດຄອງພື້້ນທີ່ຂອງຄອນບາສ ທາງພາກຕາເວັນອອກຂອງຢູເຄຣນ ເກີດການຕິດຄັດມາໄລຍະ

ໜື່ງຄາດການວ່າ ຣັດເຊຍໄດ້ສູນເສຍກອງກໍາລັງ ພາກພື້ນດິນໄປແລ້ວປະມານ 1 ໃນ 3 ນັບຕັ້ງແຕ່ເປີດສາກບຸກຢູເຄຮນ ແລະ ປະເດັນດ້ານໂລຈິດຕິກຫຼາຍຢ່າງ.

“ສົງຄາມຂອງຣັດເຊຍໃນຢູເຄຣນ ກໍາລັງບໍ່ເປັນໄປຕາມແຜນທີ່ລັດຖະບານມອສ໌ໂກວາງໄວ້” ທ່ານ ສໂຕລເທນເບິກ ກ່າວໃນກອງປະຊຸມລັດຖະມົນຕີ ຕ່າງປະເທດຂອງຊາດສະມາຊິກນາໂຕ ພ້ອມກັບຊີ້ແນະວ່າຣັດເຊຍລົ້ມເຫຼວໃນການຍືດກຣຸງເຄຍຟ ກໍາລັງຖຶກບັງຄັບໃຫ້ອອກຈາກພືນທີ່ເມືອງຄາຣ໌ຄີຟເມືອງໃຫຍ່ອັນດັບ 2ຂອງຢູເຄຮນ

ດ້ານເຈົ້າໜ້າທີ່ທາງການເມືອງຄາຣ໌ຄີຟ ທາງພາກຕາເວັນອອກຂອງຢູເຄຣນ ເປີດເຜີຍວ່າ ກອງກໍາລັງ ລັດເຊຍໄດ້ຖອນກໍາລັງຈາກເມືອງຄາຣ໌ຄີຟໄປທີ່ຊາຍແດນ ແລະ ໃນຕອນນີ້ປະຊາຊົນທີ່ໜີໄພສົງຄາມອອກໄປຈາກເມືອງຄາຣ໌ຄີຟກໍາລັງກັບມາ.

ທີ່ມາ: ກະດານຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page