ເກມຈົບຄົນບໍ່ຈົບ! ແຟນບານຝຣັ່ງ ລົງຊື່ກຽມຮ້ອງຂໍໃຫ້ຈັດນັດຊີງໃໝ່ ເບິ່ງວ່າການຕັດສິນບໍ່ເປັນທຳ

ເກມຈົບຄົນບໍ່ຈົບ! ແຟນບານຝຣັ່ງ ລົງຊື່ກຽມຮ້ອງຂໍໃຫ້ຈັດນັດຊີງໃໝ່ ເບິ່ງວ່າການຕັດສິນບໍ່ເປັນທຳ

ເກມຈົບຄົນບໍ່ຈົບ! ແຟນບານຝຣັ່ງຫຼາຍກວ່າ 2 ແສນຄົນ ລົງຊື່ກຽມຮ້ອງຂໍໃຫ້ FIFA ຈັດນັດຊິງໃໝ່ ເພາະເບິ່ງວ່າການຕັດສິນ ບໍ່ເປັນທຳ ເຖິງແມ່ນວ່າການແຂ່ງຂັນບານໂລກ 2022 ນັດຊິງຊະນະເລີດຈະຈົບລົງແລ້ວ ດ້ວຍໄຊຊະນະຂອງ ທີມຊາດ ອາເຈນຕິນາ

ແຕ່ອາລົມຂອງແຟນບານໃນເກມນັ້ນຍັງບໍ່ຈົບ ໂດຍສະເພາະແຟນບານຂອງທີມຊາດ ຝຣັ່ງ ທີ່ເບິ່ງວ່າເກມດັ່ງກ່າວ ກໍາມະການແມ່ນບໍ່ມີຄວາມເປັນທຳໃນການຕັດສິນ ໂດຍແຟນບານຝຣັ່ງເບິ່ງວ່າປະຕູທີ່ເສຍໄປນັ້ນ ກຳມະການຕັດສິນບໍ່ຖືກ

ແລະ ໄດ້ລວມຕົວກັນຮຽກຮ້ອງຜ່ານເວັບໄຊອອນລາຍຢ່າງ MesOpinion ເພື່ອຮຽກຮ້ອງໃຫ້ສະຫະພັນບານເຕະສາກົນ ຫຼື FIFA ຈັດການແຂ່ງຂັນນັດຊິງນັດດັ່ງກ່າວຂຶ້ນມາໃໝ່ອີກເທື່ອໜຶ່ງ.

ເຊິ່ງຈັງຫວະທີ່ແຟນບານຝຣັ່ງເບິ່ງວ່າບໍ່ເປັນທຳນັ້ນ ຄືປະຕູທີ່ເສຍໄປປະຕູທຳອິດ ທີ່ ອຸດມານ ເດັມເບເລ່ ເຮັດຟາວ ເອັງເກີ້ ດິມາເຣນ ຈົນເສຍຈຸດໂທດ ເຊິ່ງພວກເຂົາເບິ່ງວ່າຈັງຫວະນັ້ນບໍ່ແມ່ນການຟາວແຕ່ຢ່າງໃດ.

ສ່ວນຈັງຫວະທີ 2 ແມ່ນຈັງຫວະທີ່ ຄຣິສຕຽນ ໂຣເມໂຣ້ ກອງຫຼັງຂອງທີມຊາດ ອາເຈນຕິນາ ບໍ່ຖືກຈັບຟາວ ກ່ອນທີ່ຈະເປັນຈັງຫວະຕໍ່ເນື່ອງ ແລ້ວມາເສຍປະຕູທີ 2 ໃຫ້ກັບ ທີມຊາດອາເຈນຕິນາ.

ປັດຈຸບັນຫົວຂໍ້ນີ້ ໄດ້ຮັບການລົງຊື່ໄປແລ້ວຫຼາຍກວ່າ 2 ແສນຄົນ. ແຕ່ຢ່າງໃດກໍຕາມ ການທີ່ຈະຈັດການແຂ່ງຂັນຂຶ້ນອີກເທື່ອໜຶ່ງຕາມຄວາມຕ້ອງການຂອງແຟນບານກຸ່ມນີ້ ແມ່ນບໍ່ມີທາງເປັນໄປໄດ້ເລີຍ

ເນື່ອງຈາກ FIFA ຈະຕ້ອງເປີດຂະບວນການສືບສວນຢ່າງເປັນທາງການ ແລະ ເຖິງແມ່ນວ່າ ຈະມີການຕັດສິນທີ່ບໍ່ເປັນທຳແທ້ ກໍຈະບໍ່ມີການຈັດການແຂ່ງຂັນຂຶ້ນອີກ ເພາະຈະຖືເປັນການບໍ່ໃຫ້ກຽດອີກຝ່າຍໜຶ່ງ.

ທີ່ມາ: Lao X

Leave a Reply

Your email address will not be published. Required fields are marked *

You cannot copy content of this page