ຂ່າວດັງຝັ່ງໄທ! ຕຳຫຼວດບຸກຈັບໂຮງງານຜະລິດສິລິໂຄນເສີມດັງເຖື່ອນ
ຂ່າວດັ່ງຝັ່ງໄທ, ຕໍາລວດໄທລົງປາບ ໂຮງງານຊິລິໂຄນເຖື່ອນ ຜະລິດມາສອງປີປາຍແລ້ວ ແລະ ສົ່ງໃຫ້ຄລີນິກສື່ດັງທົ່ວປະເທດໄທ. ຂະໜາດຊິລິໂຄນຍັງເປັນຂອງປອມ ແລະ ຜະລິດດົນຈົນສອງປີຈີ່ງຖືກປາບ ແລ້ວ ຟີນເລີ ໂບທັອກ ແລະ ສີນຄ້າສີນຄ້າຄວາມງາມໂຕອື່ນຊິບໍ່ມີໂອກາດປອມບໍ?

ໝໍ ແລະ ຜູ້ປະກອບການສູນຄວາມງາມຢູ່ລາວບາງແຫ່ງອ້າງໜັກອ້າງໜາວ່າສີນຄ້າທີ່ ມາທາງໄທເປັນຂອງແທ້ ແຕ່ສີນຄ້າທີ່ມາທາງເກົາຫລີ ເປັນຂອງຫີ້ວ ແລະ ປອມ, ແບບທີ່ບໍ່ຮູ້ເລີຍວ່າ ເກົາຫລີເປັນປະເທດ ພັດທະນາແລ້ວ ມາດຕະຖານການກວດກາສີນຄ້າທາງດ້ານສາທາລະນະສຸກຕ້ອງເຂັ້ມງວດກວ່າປະເທດກໍາລັງພັດທະນາຢູ່ແລ້ວ.

ຂ່າວນີ້ຈະເປັນໂຕເຕືອນສະຕິ ໃຫ້ສຶກສາຂໍ້ມູນໃຫ້ລະອຽດກ່ອນຈະນໍາມາໃຫ້ມະຫາຊົນຮັບຮູ້.

ເຫັນຂ່າວແບບນີ້ແລ້ວ ພວກເຈົ້າຄິດວ່າ ຊິລິໂຄນ ຟີນເລີ ໂບທັອກ ທີມາຈາກໄທ ແລະ ຈາກເກົາຫລີ ໂຕໃດມີໂອກາດເປັນຂອງປອມຫລາຍກວ່າກັນ.

ແລະ ສຸດທ້າຍຢາກໃຫ້ຜູ້ທີ່ເວົ້າວ່າ ຟີນເລີມາຈາກເກົາຫລີ ເປັນຟີນເລີ ຫີ້ວ ສ່ວນຟີນເລີ ຜ່ານ ອຍ ໄທ ເປັນ ຂອງແທ້ , ໄປສຶກສາຄໍາວ່າ” ຫີ້ວ” ຫລີ ສີນຄ້າ “ຫີ້ວ” ກ່ອນ.
ຟີນເລີ ໂບທັອກ ທຸກໂຕຢູ່ລາວແມ່ນຫີ້ວມາຫມົດ ຢ່າມາອ້າງວ່າຂອງໂຕເອງບໍ່ແມ່ນຂອງຫີ້ວ

ແລະໂຮງງານຜະລິດສິລິໂຄນນີ້ແມ່ນສົ່ງອອກແຕ່ຄຼີນິກດັງໆໃນໄທ ເດືອນລະ 5,000-10,000ອັນ ເຮັດມາແລ້ວ 2ປີ