ເກົາຫຼີເໜືອເປັນກັງວົນ ຍອດຜູ້ຕິດເຊື້ອໂຄວິດພຸ່ງສູງເກີນ 8ແສນຄົນ

ເກົາຫຼີເໜືອເປັນກັງວົນ ຍອດຜູ້ຕິດເຊື້ອໂຄວິດພຸ່ງສູງເກີນ 8ແສນຄົນ

ເກົາຫຼີເໜືອ ຍອດໂຄວິດ-19 ເພີ່ມ ທະລຸ 40ລາຍ ຕິດເຊື້ອສະສົມເກີນ 8ແສນຄົນ ໝໍແນະນໍາດື່່ມນໍ້າຊາແລະນໍ້າເກືອ
ຣອຍເຕຣສ໌ ແລະ ສເຕຣສ໌ໄທມສ໌ ລາຍງານວັນທີ 15 ພຶດສະພາ ກ່ຽວກັບວິກິດຕໍ່ເນື່ອງໃນ ປະເທດເກົາຫຼີເໜືອ ຫຼັງພົບຜູ້ເສຍຊີວິດເພີ່ມ 15ລາຍ ສະສົມ 42ລາຍ ໃນເວລາ 4ວັນ.

ເຊີ່ງໃນທຸກໆບ້ານ, ເມືອງ,ແຂວງ ທົ່ວທຸກບ່ອນຂອງປະເທດ ຖຶກລັອກດາວ ໂດຍສົມບູນ ຝ່າຍແຮງງານແລະທີ່ຢູ່ອາໃສຂອງປະຊາຊົນຖືກແຍກຈາກກັນໃນວັນທີ 12ພຶດສະພາ ທາງການກໍາລັງດໍາເນີນການກວດສອບປະຊາຊົນທຸກຄົນຢ່າງເຂັ້ມງວດ.

ກະຊວງສາທາລະນະສຸກຂອງເກົາຫຼີເໜືອຈັດຕັັ້ງສູນປ້ອງກັນການແພ່ລະບາດ ໄດ້ນໍາສົ່ງອຸປະກອນການເພດໄປໂຮງໝໍ ແລະເຈົ້າໜ້າທີ່ລະດັບສູງຂອງລັດທະບານຫຼາຍຄົນບໍລິຈາກຢາສໍາຮອງເພື່ອນໍາໄປໃຊ້ຮັກສາຜູ້ຕິດເຊື່ອໂຄວິດ-19

ເຊີ່ງຈໍານວນຜູ້ເສຍຊີວິດທີ່ຫຼາຍຂື້ນເກີດຈາກຄວາມປະໝາດໃນການໃຊ້ຢາຮັກສາເນື່ອງຈາກການຂາດຄວາມຮູ້ແລະຄວາມເຂົ້າໃຈກ່ຽວກັບໂຄວິດ-19 ເຊື້ອກາຍພັນສາຍພັນໂອໄມຄຣອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page