ຍັງພົບເຫັນ ສິນຄ້າເສຍຄຸນໃນກະຕ່າຂອງຂວັນ

ລົງຕິດຕາມ, ກວດກາການຈໍາໜ່າຍສິນຄ້າປະເພດ ກະຕ໋າຂອງຂວັນ ຢູ່ພາຍໃນເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ໃນວັນທີ 23/12/2022 ເຈົ້າຫນ້າທີ່ກວດກາການຄ້າເເຂວງ ລົງຕິດຕາມ, ກວດກາການຈໍາຫນ່າຍສິນຄ້າປອມແປງ, ຫລອກຮຽນແບບ, ເສື່ອມຄຸນ ໂດຍສະເພາະຢູ່ໃນກະຕ໋າຂອງຂວັນ ຢູ່ຕາມຮ້ານຄ້າຕ່າງໆ ພາຍໃນເທດສະບານເມືອງຫ້ວຍຊາຍ

ສາມາດກວດກາໄດ້ທັງຫມົດ 38 ຫົວໜ່ວຍ ພ້ອມທັງຊຸກຍູ້, ແນະນໍາຜູ້ປະກອບການ, ຮ້ານຄ້າຕ່າງໆໃຫ້ຕິດປ້າຍລາຄາສິນຄ້າ ແລະ ຈໍາໜ່າຍສິນຄ້າເປັນສະກຸນເງິນກີບ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ພົບເຫັນມີການຈໍາໜ່າຍສິນຄ້າປອມແປງ, ຫລອກຮຽນແບບ, ເສື່ອມຄຸນ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ ໂທແຈ້ງສາຍດ່ວນ: ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ 1510 ຫລື 59127300, 54554210.

….

ພາບ,ຂ່າວ: ຂະແໜງການຄ້າພາຍໃນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page