ພາກສ່ວນໃດກິນງົບປະມານລັດ ພວກເຮົາຮັບຮູ້ໝົດແຕ່ແກ້ໄຂບໍ່ໄດ້

ພາກສ່ວນໃດກິນງົບປະມານລັດ ພວກເຮົາຮັບຮູ້ໝົດແຕ່ແກ້ໄຂບໍ່ໄດ້

ສສຊ ສະເໜີໃຫ້ລັດຖະບານເຂັ້ມງວດ ແກ້ໄຂບັນຫາສໍ້ລາດບັງຫຼວງ ແລະ ປູກຈິດສໍານຶກໃຫ້ເລິກເຊິ່ງແກ່ທຸກພາກສ່ວນໃນສັງຄົມ. ໃນວັນທີ 23 ທັນວາ 2022, ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ

ສະເຫນີ ຫລາຍບັນຫາໃນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XI ຕໍ່ ບົດລາຍງານວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດວ່າ:

1. ການປູກຈິດສໍານຶກໃຫ້ເລິກເຊິ່ງແກ່ພະນັກງານ, ນັກທຸລະກິດ, ປະຊາຊົນໃຫ້ທົ່ວເຖິງ ເພາະວ່າປັດຈຸບັນເຫັນປະຊາຊົນ, ນັກທຸລະກິດ ບໍ່ທັນມີສະຕິໃນການແກ້ໄຂບັນຫາການສໍ້ລາດບັງຫລວງໄດ້ຢ່າງເຕັມທີ່ ເປັນຕົ້ນແມ່ນ ພະນັກງານໄປຂໍບິນເປົ່ານໍາພະນັກງານມາຂຽນເອງແລ້ວໄປສະເຫນີເອົາເງິນ ນີ້ກໍເປັນສາເຫດຫນຶ່ງທີ່ເຮັດໃຫ້ມີການສໍ້ລາດບັງຫລວງເພີ່ມຂຶ້ນ.

2. ຖ້າຊີວິດການເປັນຢູ່ຂອງພະນັກງານມີຢູ່ມີກິນກໍຈະມີການສໍ້ລາດບັງຫລວງຫລຸດຫນ້ອຍ ຖອຍລົງ

3. ປັດຈຸບັນພວກເຮົາກວດເຫັນແລ້ວຈໍານວນງົບປະມານວ່າພາກສ່ວນໃດລະເມີດ ພວກເຮົາຮັບຮູ້ ແຕ່ການແກ້ໄຂດັ່ງກ່າວຍັງບໍ່ທັນເຂັ້ມງວດ ຢາກໃຫ້ທັງສອງອົງການ ລວມທັງລັດຖະບານຕ້ອງສືບຕໍ່ເດັດດ່ຽວໃນການແກ້ໄຂບັນຫາດັ່ງກ່າວ.

4. ການສ້າງຄວາມເຂັ້ມແຂງໃຫ້ແກ່ທັງສອງອົງການນີ້ ລວມທັງຂອດງົບປະມານ ຍົກສູງພາລະ ບົດບາດສິດ ແລະ ຫນ້າທີ່ໃຫ້ທັງສອງອົງການນີ້ຕື່ມ, ບັນດາຫົວຫນ່ວຍການກໍ່ສ້າງ ເປັນຕົ້ນແມ່ນຂົວທາງ, ເຄຫະສະຖານ ຊົນລະປະທານ ແລະ ການກໍ່ສ້າງອື່ນໆໃຫ້ກໍານົດແຜນຢ່າງລະອຽດແລ້ວຂຶ້ນຜ່ານສະພາເພື່ອເປັນລາຄາກາງໃຫ້ສັງຄົມໄດ້ຮັບຮູ້.

ທີ່ມາ: ລາວພັດທະນາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page