ດູດີມີສະເໜ່! ຕຶກເກົ່າແກ່ໃນສະຫວັນນະເຂດ ກາຍເປັນງານສິລະປະ
ຕຶກເກົ່າແກ່ໃນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ກາຍມາເປັນງານສິລະປະ ທີ່ແປກໃໝ່ ແລະ ງາມຕາ. ນ້ອງໆທີ່ແຕ້ມແມ່ນເປັນໜຶ່ງໃນນາມສິລະປິນ ທີ່ມາເຄື່ອນໄຫວ ໂຄງການ ແຕ້ມສິລະປະບໍລິເວນຝາອາຄານເກົ່າ ເມືອງເກົ່າໄກສອນພົມວິຫານ

ເຊິ່ງເປັນໜຶ່ງໃນ 19 ໂຄງການບູລິມະສິດຂອງການປັບປຸງຜັງເມືອງໃຫ້ກັບເມືອງເກົ່າ. ໂດຍໂຄງການນີ້ແມ່ນນອນຢູ່ໃນ ພາກວຽກງານສົ່ງເສີມການທ່ອງທ່ຽວ ແລະ ເປັນໂຄງການລໍາດັບທີ 16 ຂອງໂຄງການບູລິມະສິດ.

ຈຸດປະສົງຫຼັກຂອງໂຄງການແມ່ນ ເປັນແນວຄວາມຄິດເພື່ອການສົ່ງເສີມການທ່ອງທ່ຽວຂອງເມືອງເກົ່າ

ໂດຍຜ່ານການນໍາສະເໜີພາບ ຫຼື ເລົ່າເລື່ອງລາວຂອງເມືອງ ຜ່ານຮູບແຕ້ມທີ່ສະແດງຢູ່ຕາມຝາ ຫຼື ອົງປະກອບພາຍນອກອາຄານເກົ່າ.

ຜົນງານສິລະປະທີ່ເກີດຂື້ນ ຈະກາຍເປັນອີກໜຶ່ງສະຖານທີ່ Landmark ອັນໃໝ່ທີ່ປະຈັກຕາໃນການດຶງດູດຜູ້ພົບເຫັນ ຫຼື ບັນດານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ

ແລະ ຮຽນຮູ້ກ່ຽວກັບເມືອງເກົ່າສະຫວັນເຮົາຫຼາຍຂຶ້ນ ແລະ ເພື່ອເປັນການອະນຸລັກຕຶກເກົ່າອີກດ້ວຍ.


…

…

..

ທີ່ມາ: Lao X