ຊີວິດບໍ່ສິ້ນດິ້ນຕໍ່ໄປ! ມະຫາເສດຖີລົ້ມລະລາຍ ຂາຍໄສ້ກອກໃຊ້ໜີ້ 6ລ້ານໂດລາ
“ຕອນເກີດເຮົາກໍບໍ່ມີຫຍັງເລີຍ ແລ້ວເປັນຫຍັງຕ້ອງຢ້ານການເລີ່ມຕົ້ນໃໝ່” ມະຫາເສດຖີຈີນລົ້ມລະລາຍຂາຍໄສ້ກອກຕາມແຄມທາງໃຊ້ໜີ້ 6,4 ລ້ານໂດລາ “ທຸກສິ່ງທຸກຢ່າງໃນໂລກນີ້ບໍ່ມີຫຍັງແນ່ນອນ” ເຊັ່ນດຽວກັບຊີວິດຂອງຄົນເຮົາມີຂຶ້ນມີລົງເປັນເລື່ອງທໍາມະດາ ບໍ່ມີໃຜກໍານົດໄດ້ວ່າມື້ໜຶ່ງເຮົາອາດມີຊີວິດທີ່ສຸກສະບາຍ ແຕ່ຂ້າງໜ້າອາດຕ້ອງໄດ້ດິ້ນຮົນເພື່ອເອົາຊີວິດໃຫ້ລອດ
ເລື່ອງຂອງ ທ່ານ Tang Jian ຊາຍອາຍຸ 52 ປີ ອະດີດມະຫາເສດຖີຈີນ ເຈົ້າຂອງຮ້ານອາຫານຫຼາຍແຫ່ງທີ່ລົ້ມລະລາຍ ກາຍເປັນກະແສທີ່ຖືກເວົ້າເຖິງໃນສັງຄົມອອນໄລ ຫຼັງເຈົ້າໂຕປະກາດຈະຈ່າຍໜີ້ 46 ລ້ານຢວນ ດ້ວຍການຂາຍໄສ້ກອກປີ້ງ.
ໃນອະດີດ Tang ເປັນນັກທຸລະກິດປະສົບຜົນສໍາເລັດ ເປັນເຈົ້າຂອງຮ້ານອາຫານຫຼາຍແຫ່ງ ເມື່ອປີ 2005 ເຈົ້າໂຕໄດ້ບຸກເຂົ້າສູ່ອຸດສາຫະກຳວິສະວະກໍາພູມີທັດ ແລະ ໂຊກສະຕາກໍປ່ຽນໄປ ເນື່ອງຈາກເງິນຈໍານວນຫຼາຍຖືກລົງທຶນໄປກັບກິດຈະການຈົນສູນເສຍໄປເລື້ອຍໆ. ສຸດທ້າຍ ທ່ານ Tang ຖືກບັງຄັບໃຫ້ຂາຍຮ້ານອາຫານ, ເຮືອນ ແລະ ລົດ ແຕ່ກໍຍັງມີໜີ້ເຖິງ 6,4 ລ້ານໂດລາ ແລະ ກໍໄດ້ເກີດແຜນຂາຍໄສ້ກອກຂຶ້ນມາ
ທ່ານ Tang ໄດ້ເວົ້າກ່ຽວກັບປະເດັນການລົງທຶນວ່າ ຕົນເອງເຂົ້າໃຈເປັນຫຍັງເລື່ອງຂອງຕົນຈຶ່ງໄດ້ກະທົບຕໍ່ສາທາລະນະຊົນ ແຕ່ລະຄົນລ້ວນມີຊີວິດທີ່ທ້າທາຍ ແລະຄວາມຍາກລໍາບາກທີ່ແຕກຕ່າງກັນ ແຕ່ເຮົາຕ້ອງຍຶດໝັ້ນໃນຈິດວິຍານວ່າເຮົາຈະບໍ່ມີວັນຍອມແພ້.
“ຂ້ອຍຢືນຢັນບໍ່ໄດ້ວ່າຈະຊໍາລະໜີ້ໄດ້ໝົດຕອນໃດ ແຕ່ເຊື່ອວ່າຈະເຮັດໄດ້ ເຮົາຕ້ອງຮຽນຮູ້ກັບການຜະເຊີນຄວາມລໍາບາກແບບໃຈເຢັນ ແລະ ກ້າວໄປຂ້າງໜ້າດ້ວຍຄວາມກ້າຫານ ຕອນເຮົາເກີດມາກໍບໍ່ມີຫຍັງເລີຍ ເປັນຫຍັງຕ້ອງຢ້ານກັບການເລີ່ມຕົ້ນໃໝ່ອີກຄັ້ງ” ຄໍາເວົ້າຂອງ ທ່ານ Tang
ເລື່ອງນີ້ເຮັດໃຫ້ພວກເຮົາໄດ້ເຫັນເຖິງຄວາມເຂັ້ມແຂງ ແລະ ທັດສະນະຄະຕິແງ່ບວກໃນການໃຊ້ຊີວິດໄດ້ດີຫຼາຍ!
ທີ່ມາ: TargetMagazine