ປີ2023 ລັດຖະບານລາວຕັ້ງເປົ້າສົ່ງອອກໄຟຟ້າໃຫ້ບັນລຸ 2,4ພັນລ້ານໂດລາ

ປີ2023 ລັດຖະບານລາວຕັ້ງເປົ້າສົ່ງອອກໄຟຟ້າໃຫ້ບັນລຸ 2,4ພັນລ້ານໂດລາ

ສປປ ລາວ ມີລາຍໄດ້ຈາກການສົ່ງອອກໄຟຟ້າຫຼາຍກວ່າ 1,76 ພັນລ້ານໂດລາໃນປີ 2022 ເພີ່ມຂຶ້ນຈາກປີ 2021 ເຖິງ 7,5%, ເຊິ່ງປີ 2023 ລັດຖະບານໄດ້ຕັ້ງເປົ້າໝາຍ ໃນການຜະລິດໄຟຟ້າຢ່າງໜ້ອຍ 51.134 ລ້ານກິໂລວັດຕໍ່ຊົ່ວໂມງ ຫຼື ທຽບເປັນມູນຄ່າ 2,4 ພັນລ້ານໂດລາສະຫະລັດ ເພີ່ມຂຶ້ນ 71,77% ຈາກປີ 2022.

ປະເທດລາວມີການຊື້-ຂາຍ ໄຟຟ້າກັບປະເທດໄທ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ຈີນ. ໂດຍລັດຖະບານມີແຜນຈະເຈລະຈາ ແລະ ເພີ່ມທະວີຄວາມສຳພັນກັບປະເທດເພື່ອນບ້ານອື່ນໆອີກດ້ວຍ ເພື່ອເປັນການແລກປ່ຽນໄຟຟ້າຜ່ານລະບົບ “Grid to Grid” ເພື່ອຊ່ວຍແກ້ໄຂບັນຫາການຂາດແຄນໄຟຟ້າໃນ ລະດູແລ້ງ ແລະ ເກັບພະລັງງານສ່ວນເກີນໃນລະດູຝົນຢ່າງຕໍ່ເນື່ອງ.

ເຖິງຢ່າງໃດກໍຕາມໃນລະຫວ່າງປີ 2020-2025 ປະເທດລາວມີແຜນຈະຜະລິດໄຟຟ້າພະລັງງານຄວາມຮ້ອນຈາກຖ່ານຫີນ 19% ແລະ ໄຟຟ້າພະລັງງານແສງຕາເວັນ 24%. ນອກຈາກນີ້ ພາຍໃນປີ 2030 ຍັງໄດ້ຕັ້ງເປົ້າໝາຍຜະລິດໄຟຟ້າອີກ 5.560% ເມກາວັດ ໂດຍ 7,59% ຈະຜະລິດດ້ວຍໄຟຟ້າພະລັງງານນ້ຳ ສ່ວນທີ່ເຫຼືອຈະເປັນພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານຄວາມຮ້ອນຈາກຖ່ານຫີນ.

ໃນປັດຈຸບັນ ສປປ ລາວ ມີໂຮງງານໄຟຟ້າເຖິງ 90 ແຫ່ງທົ່ວປະເທດ ດ້ວຍກຳລັງການຜະລິດລວມ 11.000 ເມກະວັດ ໂດຍມີໂຮງໄຟຟ້າພະລັງງານນໍ້າ 77 ແຫ່ງ ໂຮງງານໄຟຟ້າພະລັງງານແສງຕາເວັນ 8 ແຫ່ງ ໂຮງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຮງງານໄຟຟ້າຖ່ານຫີນ 1 ແຫ່ງ.

ທີ່ມາ: Lao X

Leave a Reply

Your email address will not be published. Required fields are marked *

You cannot copy content of this page