ນາຍຍົກສີລັງກາ ຄົນໃໝ່ ໃຫ້ສໍາພາດຄັ້ງທໍາອິດ ວິກິດເສດຖະກິດ ຮ້າຍແຮງກ່ອນຈະດີຂື້ນ
ວັນທີ13 ພຶດສະພາ ບີບີຊີ ລາຍງານ ສະຖານະການຄວາມບໍໍ່ສະຫງົບທາງການເມືອງ ໃນສີີລັງກາວ່າ ປະທານາທິບໍດີ ໂກຕາບາຍາ ຣາຊາປັກພາ ແຕ່ງຕັ້ັັ້ງ ທ່ານລານິລ ວິກໍາສິງເຫ ເປັນນາຍົກລັດທະມົນຕີຄົນໃໝ່ ເມື່ອວັນທີ12 ພຶດສະພາ.
ເຊີ່ງປະຊາຊົນໄດ້ມີການປະທ້ວງ ຕໍ່ຕ້ານໃຫ້ທ່ານ ໂກຕາບາຍາ ໃຫ້ລາອອກ ບໍ່ສາມາດເຮັດໃຫ້ເກີດຄວາມສະຫງົບໄດ້.
ໃນວິກິດເສດຖະກິດທີ່ນໍາພາຄວາມທຸກຍາກ ແລະ ບໍ່ສະຫງົບ ຮ້າຍແຮງກ່ອນຈະດີຂື້້ນ ໃນຂະນະທີ່່ປະເທດປະເຊີນກັບບັນຫາການຂາດແຄນເຊື້້ອໄຟແລະລາຄາອາຫານທີ່ສູງຂື້້ນ ເຮັດໃຫ້ຊາວສີລັງກາບາງຄົນຕ້ອງອົດອາຫານຫຼາຍມື້້.
ທ່ານລານິລ ຈະເຮັດໃຫ້ໝັ້ນໃຈວ່າ ຄອບຄົວຈະໄດ້ຮັບປະທານອຫານ 3ມື້ຕໍ່ວັນ ຈະບໍມີວິກິດຄວາມຫິວໂຫຍ ເຮົາຈະຫາອາຫານ ໂດຍຂໍຄວາມຊ່ວຍເຫຼືອທາງການເງີນເພີ່ມເຕີມຈາກທົ່ວໂລກ ແລະ ວ່າເສດຖະກິດສີລັງກາ ຫຼົ້ມລະລາຍ.
ແຕ່ກໍສ້າງຄວາມຜິດຫວັງກັບຄົນສ່ວນໃຫຍ່ ເນື່ອງຈາກທ່ານ ວິກໍາ ຖຶກເບີ່ງວ່າມີຄວາມໃກ້ຊິດກັບຄອບຄົວ ຣາຊາປັກພາ ທີ່ມີອໍານາດເໜືອທາງການເມືອງຫຼາຍເກີນໄປ.
ເຊີ່ງສານໄດ້ສັ່ງຫ້າມທ່ານ ມະຫິນທາ ທ່ານ ນາມັນ ລູກຊາຍ ແລະ ທີມງານ ເດີນທາງອອກນອກປະເທດ ເປັນສ່ວນໜື່ງຂອງຂະບວນການສອບສວນຄວາມບໍ່ສະຫງົບທາງການເມືອງຫຼັງທີ່ ທ່ານ ມະຫິນທາລາອອກສົ່ງຜົນໃຫ້ຄົນເສຍຊີວິດແລະບາດເຈັບຈາກການຕໍ່ສູ້ລະຫວາ່າງຕໍາຫຼວດກັບກຸ່ມຜູ້ປະທ້ວງ.