ອາຊຽນກັບອາເມຣິກາຈະຍົກລະດັບເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ
ວັນທີ 12 ຫາວັນທີ 13 ພຶດສະພານີ້, ກອງປະຊຸມສຸດຍອດພິເສດອາຊຽນ-ອາເມຣິກາ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນປະເທດອາເມຣິກາ. ປະເທດສະມາຊິກອາຊຽນໄດ້ອອກຖະແຫຼງການຫຼັງກອງປະຊຸມ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ:
ໃນກອງປະຊຸມສຸດຍອດອາຊຽນ-ອາເມຣິກາຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກປີນີ້, ຈະຍົກລະດັບການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງອາຊຽນກັບອາເມຣິກາເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ມີຄວາມໝາຍ, ມີລັກສະນະທາດແທ້ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຂ່າວແຈ້ງວ່າ: ຕອນຄ່ຳວັນທີ 12 ພຶດສະພານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດແຜນການເບີກເງິນໃນງານລ້ຽນຕ້ອນຮັບຜູ້ນຳປະເທດອາຊຽນທີ່ທຳນຽບຂາວ. ອີງຕາມແຜນການສະບັບນີ້,
ອາເມຣິກາຈະເບີກເງິນປະມານ 150 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອປະເທດອາຊຽນພັດທະນາພະລັງງານສະອາດ, ຊຸກຍູ້ການສຶກສາ, ເພີ່ມທະວີການປ້ອງກັນຄວາມໝັ້ນຄົງທາງທະເລ ແລະວຽກງານສາທາລະນະສຸກ.
ກອງປະຊຸມສຸດຍອດອາຊຽນ-ອາເມຣິກາຄັ້ງນີ້ເປັນຄັ້ງທຳອິດທີ່ປະທານາທິບໍດີອາເມຣິກາໄດ້ເຊື້ອເຊີນຜູ້ນຳປະເທດອາຊຽນເຂົ້າຮ່ວມກອງປະຊຸມຢູ່ນະຄອນຫຼວງວໍຊິງຕັນ ນັບແຕ່ປີ 2016 ເປັນຕົ້ນມາ.
ທີ່ມາ: CRI