ຍິນດີຕ້ອນຮັບ ທ່ານ ນາຍົກ ຫວຽດນາມຈະເດີນທາງຢ້ຽມຢາມລາວ

ຍິນດີຕ້ອນຮັບ ທ່ານ ນາຍົກ ຫວຽດນາມຈະເດີນທາງຢ້ຽມຢາມລາວ

ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ຈະເດີນທາງຢ້ຽມຢາມ ສປປ ລາວ ຕາມຄໍາເຊີນຂອງ ທ່ານຍາຍົກ ສອນໄຊ ສີພັນດອນ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,

ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ

ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດ ຖະບານ ແຫ່ງ ສສ ຫວຽດນາມ ແຕ່ວັນທີ 11-12 ມັງກອນ 2023.

ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ທີ່ມາ: ກະຊວງການຕ່າງປະເທດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page