ໄທ ຮັບນັກທ່ອງທ່ຽວຈີນ ທີ່ສະໜາມບິນສຸວັນນະພູມ

ໄທ ຮັບນັກທ່ອງທ່ຽວຈີນ ທີ່ສະໜາມບິນສຸວັນນະພູມ

ທ່ານ ອະນຸທິນ ຊານວິລິກູນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍລັດຖະມົນຕີກະຊວງຄົມມະນາຄົມ ແລະ ລັດຖະມົນຕີວ່າການກະຊວງທ່ອງທ່ຽວ ແລະ ກິລາ ຮ່ວມຕ້ອນຮັບ

ນັກທ່ອງທ່ຽວຈາກ ສປ ຈີນ ທີ່ເດີນທາງມາປະເທດໄທ ຫຼັງປະກາດເປີດປະເທດວັນທີ 08 ມັງກອນ 2023.ໃນວັນທີ 09 ມັງກອນ ໄດ້ມີການມອບດອກໄມ້ຕ້ອນຮັບນັກທ່ອງທ່ຽວ ພ້ອມທັງມີມະຕິຍົກເລີກການກວດໃບຮັບຮອງຜົນການສັກວັກຊີນກ່ອນເຂົ້າປະເທດໃນທຸກຖ້ຽວບິນ ເນື່ອງຈາກເຫັນວ່າ

ທັງໃນປະເທດໄທ ແລະ ຕ່າງປະເທດໄດ້ມີການສັກວັກຊີນຢ່າງທົ່ວເຖິງແລ້ວ ການກວດໃບສັກວັກຊີນຈຶ່ງເປັນການກີດຂວາງຄວາມສະດວກໃນການເດີນທາງ.

ຂໍມູນ: Thairath

Leave a Reply

Your email address will not be published. Required fields are marked *

You cannot copy content of this page