ຣັດເຊຍປິດສາກອາຊັອຟຕານທີ່ໝັ້ນສຸດທ້າຍໃນເມືອງມາຣິອູໂປລ

ຣັດເຊຍປິດສາກອາຊັອຟຕານທີ່ໝັ້ນສຸດທ້າຍໃນເມືອງມາຣິອູໂປລ

ທະຫານຢູເຄຣນ ລີ້ຢູ່ໃນປ້ອມປາການສຸດທ້າຍໃນເມືອງມາລິອູໂປ ທີ່ຖືກປິດລ້ອມດ້ວຍທະຫານຣັດເຊຍ ເລີ່ມອົບພະຍົບອອກມາໃນວັນຈັນ ທີ 16 ພຶດສະພາ. ໃນຊ່ວງກາງຄືນຂອງວັນທີ 16 ພຶດສະພາ ລົດເມຄັນທີ 5

ໄດ້ຍ້າຍທະຫານຢູເຄຣນອອກຈາກໂຮງງານເຫຼັກອາຊັອຟສະຕັນ ໃນເມືອງມາລິອູໂປ ທີ່ຢູ່ພາຍໃຕ້ການຄວບຄຸມຂອງທະຫານຣັດເຊຍ. ທະຫານທີ່ອອກມາບາງສ່ວນນັ້ນ ໄດ້ຮັບບາດເຈັບ ແລະ ມີ 53 ຄົນເຂົ້າໂຮງໝໍເປັນທີ່ຮຽບຮ້ອຍ.

ທະຫານຈຳນວນ 211 ຄົນ ໄດ້ຖືກຍ້າຍໄປອີກຈຸດ ໃນຂະນະທີ່ກ່ອນໜ້ານີ້ເຊື່ອວ່າມີກອງກຳລັງຢູເຄຣນປະມານ 600 ຄົນ ທີ່ລີ້ໃນໂຮງງານເຫຼັກ.

ຈາກການປິດປ້ອມຂອງທະຫານຣັດເຊຍໃນຄັ້ງນີ້ ເຮັດໃຫ້ປະຊາຊົນໃນເມືອງ ເສຍຊີວິດເປັນໝື່ນຄົນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page