ຂັບລົດຕຳຄົນ ດັບຄາທີ 5 ສົບແລ້ວຍັງມີຫນ້າມາເຮັດແບບນີ້
ຫນຸ່ມຊາວຈີນຂັບລົດຫລູຕຳກັບ “ຄົນຂ້າມທາງມ້າລາຍ” ເສຍຊີວິດ 5 ຄົນ ບີບີຊີລາຍງານວ່າ ເກີດເຫດລົດຫລູຫລາປະທະກັນຢູ່ເມືອງກວາງໂຈ່ວ, ວັນທີ 12 ມັງກອນນີ້ ນະຄອນຫຼວງຂອງແຂວງກວາງຕຸ້ງ, ພາກໃຕ້ຂອງຈີນ,

ຫຼັງຈາກມີລົດ BMW ສີດໍາໄດ້ຂັບລົດດ້ວຍຄວາມໄວສູງແລະໄດ້ຕຳຄົນຍ່າງຂ້າມທາງຂ້າມທາງ ອັນໄດ້ເຮັດມີຜູ້ເສຍຊີວິດ ໌5 ຄົນ ແລະ 13 ຄົນໄດ້ຮັບບາດເຈັບ.

ຕອນຄ່ຳວັນທີ 11 ມັງກອນນີ້ຕາມເວລາທ້ອງຖິ່ນ ຜູ້ຂັບຂີ່ຮູ້ວ່າເປັນຜູ້ຊາຍອາຍຸ 22 ປີທີ່ມີນາມສະກຸນ Wen ຖືກຕໍາຫຼວດຈັບຕົວແລະກໍາລັງຖືກສອບສວນເພື່ອດໍາເນີນຄະດີ.

ຂະນະທີ່ໂລກອອນລາຍຂອງຈີນໄດ້ພາກັນແຊຣ໌ຄລິບວີດີໂອຂອງຊາຍຄົນຂັບລົດອອກຈາກລົດຫຼັງເກີດອຸບັດເຫດ ຈາກນັ້ນ ລາວໄດ້ໂຍນເງີນຫຼາຍສິບໃບຂຶ້ນສູ່ອາກາດ ດ້ວຍຄວາມໂກດແຄ້ນ ສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ, .ນອກຈາກນັ້ນ, ຫຼາຍຄົນສົງໃສວ່າຜູ້ຂັບຂີ່ອາດມີເຈດຕະນາທໍາຮ້າຍຄົນ.