ອີກແລ້ວ! ຍັດຈົນເຕັມລົດແຂວງບໍ່ແກ້ວ

ອີກແລ້ວ! ແຂວງບໍ່ແກ້ວ ຍຶດລົດຂົນຢາບ້າ 6 ລ້ານເມັດ

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2023 ເວລາປະມານ 5 : 00 ໂມງ ເຈົ້າໜ້າທີ່ສະເພາະກິດກອງບັນຊາການ ປກສ ເມືອງຫ້ວຍຊາຍທີ່ຕັ້ງຈຸດກວດກາຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ໄດ້ສົມທົບກັບເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງໄດ້ກວດພົບລົດກະບະ ໂຕໂຍຕ້າ ຣີໂວ້ ສີຂາວ ໝາຍເລກທະບຽນ ກວ 1466 ກຳແພງນະຄອນ ໃນນັ້ນ ກວດພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 24 ເປົາ

ເທົ່າກັບ 3000 ມັດ, ມີ 6.000.000 ເມັດ, ນໍ້າໜັກ 672 ກິໂລກຼາມ ຊຸກເຊື່ອງຢູ່ພາຍໃນລົດຄັນດັ່ງກ່າວ ສ່ວນເປົ້າໝາຍແມ່ນໄດ້ເອົາຕົວຫຼົບໜີ.

ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະພວມດໍາເນີນຊອກຫາຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page