ຂ່າວດ່ວນ! ປະທານປະເທດຫວຽດນາມ ລາອອກຈາກຕຳແໜ່ງ

ຂ່າວດ່ວນ! ປະທານປະເທດຫວຽດນາມ ລາອອກຈາກຕຳແໜ່ງ

ຄະນະບໍລິຫານງານສູນກາງພັກແຈ້ງເຫັນດີໃຫ້ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ລາອອກຈາກສະມາຊິກພັກ ແລະຕຳແໜ່ງປະທານປະເທດ ຕາມຄຳສະເໜີຂອງທ່ານ ຫງຽນ ຊວນ ຟຸກ.

ຕາມການລາຍງານຂອງ Lao Dong ແລະ TTXVN ວັນທີ 17/01/2023 ທີ່ສຳນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ດຳເນີນກອງປະຊຸມພິຈາລະນາ ແລະ ປະກອບຄຳເຫັນກ່ຽວກັບການເຂົ້າບຳນານຂອງ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ທ່ານ ຫງຽນ ຊວນ ຟຸກ ເຂົ້າຮັບຕຳແໜ່ງປະທານປະເທດຫວຽດນາມຕັ້ງແຕ່ວັນທີ 5 ເມສາ ປີ 2021 ແລະ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນວັນທີ 7 ເມສາ 2016 ຫາ ວັນທີ 2 ເມສາ 2021. ທ່ານເປັນຜູ້ນຳທີ່ສຳຄັນ ແລະ ປະຊາຊົນຫວຽດນາມເຄົາລົບ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page